25 ປີ​ທີ່​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ: ຫວຽດ​ນາມ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ ແລະ ທີ່​ຕັ້ງ​ບົດ​ບາດ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) -ຕາມທ່ານ ປ.ອ Szanto, ອາຈານພາກວິຊາການພົວພັນສາກົນ, ສັງກັດມະຫາວິທະຍາໄລ Webster ຂອງໄທ ແລ້ວ, ໃນຊຸມປີມໍ່ໆມານີ້ ຫວຽດນາມໄດ້ສະແດງໃຫ້ເຫັນ ບົດບາດນຳພາໃນເວທີປາໄສພາກພື້ນຢ່າງບໍ່ຢຸດຢັ້ງ. ທ່ານໃຫ້ຂໍ້ສັງເກດວ່າ ປີ 2020 ແນ່ນອນວ່າ ແມ່ນປີທີ່ມີສິ່ງທ້າທາຍຕໍ່ໂລກ ແລະ ພາກພື້ນ, ສະນັ້ນ ອາຍຸການປະທານອາຊຽນຂອງຫວຽດນາມໃນປີນີ້ກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.
25 ປີ​ທີ່​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ: ຫວຽດ​ນາມ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ ແລະ ທີ່​ຕັ້ງ​ບົດ​ບາດ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ທ່ານ ປ.ອ Szanto, ອາຈານພາກວິຊາການພົວພັນສາກົນ, ສັງກັດມະຫາວິທະຍາໄລ Webster ຂອງໄທ (ພາບ: TTXVN) 

ນັກຄົ້ນຄ້ວາກ່ຽວກັບບັນຫາຄວາມໝັ້ນຄົງພາກພື້ນໄດ້ຊີ້ແຈ້ງວ່າ ປີ 2020 ແມ່ນປີທີ່ເກີດບັນດາບັນຫາໃຫຍ່, ນັ້ນແມ່ນການກະທົບຈາກພະຍາດໂຄວິດ 19, ການພັດທະນາພື້ນຖານເສດຖະກິດໃນໂລກແຕກຫັກ ຂາດວັກຂາດຕອນ… ຫວຽດນາມ ຈະມີບົດບາດນຳໜ້າ, ລວມມີການຊຸກຍູ້ສານເອກະພາບໃຫ້ແກ່ອາຊຽນກ່ຽວກັບບັນຫາ ທີ່ພວມເກີດຂຶ້ນໃນພາກພື້ນ.

ກ່ຽວຂ້ອງເຖິງຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນ, ທ່ານ Szanto ຫວັງວ່າ ຫວຽດນາມຈະລວບລວມໄດ້ທັດສະນະທີ່ເປັນເອກະພາບໃນອາຊຽນ, ສ້າງພື້ນຖານເພື່ອແກ້ໄຂການຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ. ຄວາມສາມັກຄີ, ຄວາມເປັນເອກະພາບຈະແມ່ນໄມ້ງັດສຳຄັນເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ.     

ຕອບກັບ

ຂ່າວ/ບົດ​ອື່ນ