3 ປະເທດອາຊີນອນໃນບັນຊີລາຍຊື່ 20 ປະເທດສັນຕິພາບກ່ວາໝູ່ໃນໂລກ

3 ປະເທດອາຊີນອນໃນບັນຊີລາຍຊື່ 20 ປະເທດສັນຕິພາບກ່ວາໝູ່ໃນໂລກ - ảnh 1

ປະ​ເທດ​ສິງກະ​ໂປ

(ພາບ:vatgia.com)

(vovworld)- ຕາມ​ຕາຕະລາງ​ຈັດ​ອັນ​ດັບ​ດັດ​ຊະ​ດີ​ສັນຕິພາບ​ທົ່ວ​ໂລກ (GPI) 2013 ​ໂດຍ​ສະ​ຖາ​ບັນ​ເສດຖະກິດ ​ແລະ ສັນຕິພາບ ຊື່​ງມີ​ສຳນັກງານ​ຕັ້ງຢູ່​ອົດ​ສະ​ຕາ​ລີ ທີ່​ຫາ​ກໍ່ປະກາດ​ນັ້ນ, ສິງກະ​ໂປ, ຍີ່ປຸ່ນ ​ແລະ ບູຕານ ​ແມ່ນ 3 ປະ​ເທດ​ອາຊີນອນ​ໃນ​ບັນ​ຊີ​ລາຍ​ຊື່ 20 ປະ​ເທດ​ສັນຕິພາບກ່ວາ​ໝູ່​ໃນ​ໂລກ. ຕາມ​ຕາຕະລາງ​ຈັດ​ອັນ​ດັບ​ດັ່ງກ່າວ, ສິງກະ​ໂປ ນຳ​ໜ້າ​ບັນດາ​ປະ​ເທດ​ຢູ່​ອາ​ຊຽນ ​ແລະ ຢືນອັນ​ດັບ​ທີ 16 ​ໃນ​ຈຳນວນ​ທັງ​ໝົດ 162 ປະ​ເທດ​ໄດ້​ຮັບ​ການ​ສຳຫຼວດ. ດັດຊະນີ GPI ​ໄດ້​ພິຈາລະນາ​ຕາມ 23 ປັດ​ໄຈ, ຈາກລະດັບ​ຄ່າ​ໃຊ້​ຈ່າຍ​ປ້ອງ​ກັນຊາ​ດຂອງ​ປະ​ເທດ ຕະຫລອດ​ຮອດ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ອັດ​ຕາ​ສ່ວນ​ອາດຊະຍາ​ກຳ. ປະຈຸ​ບັນ, ບັນດາ​ອົງການ​ຈັດຕັ້ງສາກົນ, ລັດຖະບານ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ກໍ່ໄດ້​ນຳ​ໃຊ້ດັດຊະນີ​ດັ່ງກ່າວ. ​ໃນ​ຕາຕະລາງ​ຈັດ​ອັນ​ດັບ​ປີ​ນີ້, ຫວຽດນາມ ຢືນ​ອັນ​ດັບ​ທີ 41 ​ໃນ ຈຳນວນ 162 ປະ​ເທດ​ໄດ້​ຮັບ​ການ​ສຳ​ຫລວດ ​ແລະ ຢືນ​ອັນ​ດັບ 4 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ.
ຂ່າວ/ບົດ​ອື່ນ