4 ປະເທດ ອາຣັບ ຖະແຫຼງວ່າ ບໍໍ່ຖອນຄືນບັນດາຂໍ້ຮຽກຮ້ອງສຳລັບ ກາຕາ

(VOVWORLD) - ພາຍຫລັງກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນແຕ່ວັນທີ 29 – 30 ກໍລະກົດ ທີ່ນະຄອນຫລວງ ມານາມາ ຂອງ ບາເຣັນ, ລັດຖະມົນຕີການຕ່າງປະເທດ 4 ປະເທດ ອາຣັບ ທີ່ຕັດສາຍພົວພັນທາງການທູດກັບ ກາຕາ 
4 ປະເທດ ອາຣັບ ຖະແຫຼງວ່າ ບໍໍ່ຖອນຄືນບັນດາຂໍ້ຮຽກຮ້ອງສຳລັບ ກາຕາ - ảnh 1 ທ່ານ Khaled bin Khalifa ລັດຖະມົນຕີການຕ່າງປະເທດ ບາເຮັນ (ພາບ:  AFP/TTXVN) 

ໄດ້ອອກຖະແຫຼງການຮ່ວມຊີ້ແຈ້ງວ່າ ອີຢິບ, ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມິເລັດ (UAE) ແລະ ບາເຣັນ ຈະສືບຕໍ່ຕັດສາຍພົວພັນທາງການທູດກັບ ກາຕາ ແລະ ຈະບໍ່ຖອນຄືນບັນດາຄຳຮຽກຮ້ອງສຳລັບປະເທດນີ້, ແຕ່ກໍ່ເນັ້ນໜັກວ່າ ພ້ອມແລ້ວທີ່ຈະເຈລະຈາກັບ ໂດຮາ ຖ້າຫາກປະເທດເຂດອ່າວ ເປີເຊຍ ນີ້ ປະຕິບັດບັນດາຄຳຮຽກຮ້ອງຂອງເຂົາເຈົ້າ. ທີ່ການປະຊຸມຂ່າວຮ່ວມໃນວັນທີ 30 ກໍລະກົດ ຢູ່ ມານາມາ, ລັດຖະມົນຕີການຕ່າງປະເທດ ບາເຮັນ ທ່ານ Khaled bin Khalifa ໄດ້ອ່ານຖະແຫຼງການຮ່ວມ, ໃນນັ້ນ ຢັ້ງຢືນວ່າ 4 ປະເທດ ອາຣັບ ຈະບໍ່ຖອນຄືນເອກະສານຮຽກສິດ ເຊິ່ງລວມມີ 13 ຂໍ້ສຳລັບ ກາຕາ. ກຸ່ມ 4 ປະເທດ ອາຣັບ ຕັດສາຍພົວພັນທາງການທູດກັບ ກາຕາ ຢືນຢັນວ່າ ບັນດາມາດຕະການຕ້ານຄືນ ໂດຮາ ໄດ້ຮັບຖືວ່າ ແມ່ນການກະທຳອະທິປະໄຕແຫ່ງຊາດ, ເໝາະສົມກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ