4 ເດືອນຕົ້ນປີທຶນ FDI ເພີ່ມຂຶ້ນສູງ, ບັນລຸກ່ວາ 4,2 ຕື້ USD

4 ເດືອນຕົ້ນປີທຶນ FDI ເພີ່ມຂຶ້ນສູງ, ບັນລຸກ່ວາ 4,2 ຕື້ USD - ảnh 1
ອະສັງ​ຫະລິ​ມະ​ຊັບ​ຍັງ​ຍື່ນ​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​

(vovworld) - ກົ​ມ​ໃຫຍ່​ສະຖິຕິ​ຫວຽດນາມໃຫ້​ຮູ້​ວ່າ: ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ບັນລຸ​ກ່ວາ 4,2 ຕື້ USD, ​ເທົ່າ​ກັບ 70% ​ເມືອ​ທຽບ​​ໃສ່​ໄລຍະ​ດຽວກັນ​ຂອງ​ປີ​ກາຍ. ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ​ຍັງ​ຍື່ນ​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​​ແມ່ນກ່ວາ 1,5 ຕື້ USD. ​ໃນ​ຈຳນວນ​ບັນ​ດາ​ແຂວງ, ນະຄອນ ທີ່​ຂຶ້ນ​ກັບ​ສູນ​ກາງ​ທີມີ​ໂຄງການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​​ເຊິ່ງຫາ​ກໍ​ຮັບ​​ໜັງສືໃບ​ອະນຸຍາດ​​ໃໝ່ນັ້ນ, ​ແຂວງ ບິນ​ເຢືອງ ມີ​​ຈຳນວນທຶນ​ຈົດ​ທະບຽນ​ຫຼາຍ​ສຸດ, ຖັດມາ​ແມ່ນ ຫາຍ​ຟ່ອງ, ກວາງ​ນິນ, ນິນ​ບິນ.​.​.​ ປະຈຸ​ບັນ, ຍີ່ປູ່​ນ ​ແມ່ນ​ນັກ​ລົງທຶນ​​ລາຍໃຫຍ່ທີ​ສຸດ​ໃນ​ຈຳນວນ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ມີ​ໂຄງການ​ລົງທຶນ​ເຂົ້າຫວຽດນາມໄດ້​ຮັບ​ໜັງສື​ອະນຸຍາດ​ໃໝ່​, ກວມ​ເຖິງ 76% ຍອດ​ຈຳນວນທຶນ​ໄດ້ຈົດ​ທະບຽນ​ໃໝ່.

ຂ່າວ/ບົດ​ອື່ນ