400ຫົວໜ່ວຍເຂົ້າຮ່ວມ Festivalກະສິກຳແລະໝູ່ບ້ານອາຊີບພາກກາງ2015

400ຫົວໜ່ວຍເຂົ້າຮ່ວມ Festivalກະສິກຳແລະໝູ່ບ້ານອາຊີບພາກກາງ2015 - ảnh 1
(ພາບປະກອບ:ອິນເຕີແນັດ)

(vovworld) –  Festival ກະສິກຳ ແລະ ໝູ່​ບ້ານ​ອາຊີບ​ພາກ​ກາງປີ 2015 ຫ້ວຍ​ຫົວ​ຂໍ້​ວ່າ: “ກະສິກຳ-​ກະສິກອນ-​ຊົນນະບົດ​ພັດທະນາ​​ແບບ​ຍືນ​ຍົງ” ​ຈະດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 6-12/7/2015 ຢູ່​ແຂວງ ກວາງ​ງ້າ​ຍ. ຄະນະ​ຈັດ​ຕັ້ງ Festival ​ໄດ້​ຮັບ​ສຳ​ເນົາເອກະສານ​ຈາກ 400 ຫົວໜ່ວຍດ້ວຍ​ຮ້ານ​ວາງສະ​ແດງກວ່າ 800 ຮ້ານ​ໃນ​ຂົງ​ເຂດ​ກະສິກຳ, ຊົນນະບົດ​ເຂົ້າ​ຮ່ວມ. Festival ກະສິກຳ ແລະ ໝູ່​ບ້ານ​ອາຊີບ​ພາກ​ກາງປີ 2015 ​ແມ່ນ​ໂອກາດ​ເຊີດ​ຊູ​ບັນດາ​ເຄື່ອງໝາຍ​ການ​ຄ້າ,​ ຜະລິດ​ຕະພັນ, ການ​ບໍລິການ​ຂອງ​ບັນດາ​ຫົວໜ່ວຍ​ວິ​ສາ​ຫະກິດ, ໝູ່​ບ້ານ​ອາຊີບ​ຮັບ​ໃຊ້​ກະສິກຳ, ກະສິກອນ ​ແລະ ຊົນນະບົດ, ພ້ອມ​ທັງ​ສ້າງ​ກາລະ​ໂອກາດ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ ລະຫວ່າງ​ຊາວ​ກະສິກອນ​ໃນ​ທົ່ວ​ປະ​ເທດ​ກັບ​ບັນດາ​ນັກວິທະຍາສາດ ​ແລະ ນັກທຸລະກິດ.

ຂ່າວ/ບົດ​ອື່ນ