45 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ແບນຊິກ: ກາລະໂອກາດຍົກລະດັບການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ຫວຽດນາມ ແລະ ແບນຊິກ ພວມຕັ້ງໜ້າກະກຽມໃຫ້ແກ່ບັນດາການໄປຢ້ຽມຢາມເຊິ່ງກັນ ແລະ ກັນ; ພິເສດແມ່ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະໄປຢ້ຽມຢາມ ແບນຊິກ ໃນໄຕມາດ 3/2018

45 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ແບນຊິກ: ກາລະໂອກາດຍົກລະດັບການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່ - ảnh 1

 ທ່ານ ເວືອງເທື່ອຟອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ

(ພາບ: TTXVN)

ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກໍພວມຢ້ຽມຢາມ ແບນຊິກ ເພື່ອປຶກສາຫາລືເລຶ່ອງເພີ່ມທະວີການຮ່ວມມືກ່ຽວກັບວຽກງານກະສິກຳ; ລັດຖະມົນຕີຜູ້ວ່າການເຂດ Flanders ຂອງ ແບນຊິກ ຈະມາຢ້ຽມຢາມ ຫວຽດນາມ ໃນເດືອນ 5/2018 ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ ແລະ ຫ໋າຍຟ່ອງ. ນີ້ແມ່ນຂໍ້ມູນຂ່າວໂດຍ ທ່ານ ເວືອງເທື່ອຟອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ໃຫ້ຮູ້ໃນການຕອບສຳພາດເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ແບນຊິກ (22 ມີນາ 1973 – 22 ມີນາ 2018).

        ຫວນຄືນບັນດາໝາກຜົນຂອງການຮ່ວມມື ເຊິ່ງ ຫວຽດນາມ ແລະ ລາຊະອານາຈັກ ແບນຊິກ ບັນລຸໄດ້ໃນຊຸມປີຜ່ານມາ, ທ່ານ ເອກອັກຄະລັດຖະທູດ ເວືອງເທື່ອຟອງ ໃຫ້ຮູ້ວ່າ ປີ 2018 ສອງປະເທດພວມມີບັນດາກາລະໂອກາດໃຫຍ່ ເພື່ອຍົກການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່. ລະອຽດແມ່ນ ອົງການທີ່ມີໜ້າທີ່ບົດບາດຂອງສອງປະເທດ ພວມແລກປ່ຽນກ່ຽວກັບເລື່ອງຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນບາງຂະແໜງການ, ບາງຂົງເຂດຢ່າງລະອຽດ ບົນພື້ນຖານບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ