48 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ: ​ນ້ຳ​ໃຈມິດ​ຕະ​ພາບ ລາວ - ຫວຽດ​ນາມ, ສັນ​ຍາ​ລັກ​ທີ່​ເປັນ​ແບບ​ຢ່າງ​ຂອງ​ການ​ພົວ​ພັນ​ສາ​ກົນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊາດ.
48 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ: ​ນ້ຳ​ໃຈມິດ​ຕະ​ພາບ ລາວ - ຫວຽດ​ນາມ, ສັນ​ຍາ​ລັກ​ທີ່​ເປັນ​ແບບ​ຢ່າງ​ຂອງ​ການ​ພົວ​ພັນ​ສາ​ກົນ - ảnh 1ບົດຂຽນ “ມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ລາວ - ຫວຽດນາມ” ທີ່ໄດ້ເອົາລົງໃນວັນທີ 18 ກໍລະກົດ ຂອງໜັງສືພິມ ປະເທດລາວ 

ບົດຂຽນທີ່ໄດ້ລົງໃນວັນທີ 18 ກໍລະກົດ ຂອງໜັງສືພິມ ປະເທດລາວ - ອົງການກະບອກສຽງຂອງຂ່າວສານປະເທດລາວ - ມີຫົວຂໍ້ “ມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ລາວ - ຫວຽດນາມ”. ບົດຂຽນ ໄດ້ຢັ້ງຢືນສາຍພົວພັນອັນສະໜິດແໜ້ນ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດທີ່ມີມາແຕ່ດົນນານ ໄດ້ຮັບການປັບປຸງ ແລະ ພັດທະນາກາຍເປັນສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໂດຍການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນມໍລະດົກອັນລ້ຳຄ່າຂອງສອງຊາດ.

ໃນບົດຂຽນໜຶ່ງທີ່ໄດ້ເອົາລົງໃນວັນດຽວກັນ, ດ້ວຍຫົວຂໍ້ທີ່ວ່າ “ສາຍພົວພັນລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດມີລັກສະນະພິເສດ”, ໄດ້ຢັ້ງຢືນວ່າ ໃນປະຫວັດສາດການພົວພັນສາກົນ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ແມ່ນແບບຢ່າງທີ່ຫາກຍາກ, ປະກອບສ່ວນສຳຄັນເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ກໍຄື ຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຂອງສອງຊາດ. ບົດຂຽນ ໄດ້ຄັດສະເໜີຄຳສັ່ງສອນຂອງປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ທີ່ຢັ້ງຢືນສາຍພົວພັນ ລາວ - ຫວຽດນາມ ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບນ້ຳໃຈສາກົນກຳມະຊີບ, ພິເສດ, ຍາວນານ ແລະ ຮອບດ້ານ. ສາຍພົວພັນນີ້ ໄດ້ການນຳລຸ້ນຕ່າງໆຂອງສອງປະເທດສືບຕໍ່ຖະໜຸຖະໜອມ ແລະ ເສີມຂະຫຍາຍ, ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ຮອບດ້ານ ແລະ ຍືນຍົງໃນຍຸກສະໄໝໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ