5 ປີເຂົ້າຮ່ວມ WTO; ວິສາຫະກິດຫວຽດນາມ - ບັນດາບາດກ້າວທີ່ປະເອີບໃຈ

5 ປີເຂົ້າຮ່ວມ WTO; ວິສາຫະກິດຫວຽດນາມ - ບັນດາບາດກ້າວທີ່ປະເອີບໃຈ - ảnh 1
( ພາບ: baomoi.com )

( vovworld ) - ພາຍຫຼັງ 5 ປີ​ເຂົ້າ​​ເປັນ​ສະມາ​ຊິກ​ອົງການ​ການ​ຄ້າ​​ໂລກ ( WTO ), GDP ສະ​ເລ່ຍ​​ໃສ່​ຫົວ​ຄົນຫວຽດນາມ​ແມ່ນ​ກວ່າ 1 ພັນ 300 USD, ຕະຫຼາດ​ໄດ້​ເປີດ​ກວ້າງ​ສູ່ 149 ພື້ນຖານ​ເສດຖະກິດ​ສະມາຊິກ​ອື່ນ​ຂອງ WTO. ພິ​ເສດ, ​ໃນ​ຊຸມ​ປີຜ່ານມາ, ວົງ​ເງິນ​​ສົ່ງ​ອອກ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2007 ດ້ວຍມູນ​ຄ່າ​ກວ່າ 96 ຕື້ USD… ນີ້​ແມ່ນ​ບັນດາ​ເນື້ອ​ໃນ​ເຊິ່ງຖືກ​ຍົກ​ອອກ​ມາ​ຢູ່​ທີ່ກອງ​ປະຊຸມສຳ​ມະ​ນາ “ ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ວິ​ສາ​ຫະກິດ​ຫວຽດນາມ ພາຍຫຼັງ 5 ປີ​ເຂົ້າ​ຮ່ວມ WTO ” ​ໂດຍ​ວາລະສານ​ກອມ​ມູນິດ ກັບ ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/3 ຢູ່​ທີ່​ຮ່າ​ໂນ້ຍ. ຕາມບັນດາ​ຜູ້​ຊ່ຽວຊານ​ດ້ານ​​ເສດຖະກິດ​ແລ້ວ, ພາຍ​ຫຼັງ 5 ປີ​ເຂົ້າ​ຮ່ວມ WTO, ມາ​ຮອດ​ປະຈຸ​ບັນຈຳນວນ​ວິ​ສາ​ຫະກິດ​ຂອງ​ຫວຽ​ດນາມ ​ໄດ້​ເພີ່ມ​ຂຶ້ນ​ແຕ່​ສອງ​ສາ​ມ​ເທົ່າ​ກ່ຽວ​ກັບ​ດ້ານ​ຈຳນວນ ​ແລະ ​ເພີ່ມ​ຂຶ້ນ 7,3 ​ເທົ່າ​ກ່ຽວ​ກັບ​ຈຳນວນ​ເງິນ​ຈົດ​ທະບຽນ​ເມື່ອ​ທຽບ​ໃສ່​ປີ 2007. ບັນດາ​ວິຫາ​ຫະກິດ​ຫວຽດນາມ ​ໄດ້​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ຂອງ​ຕົນ​ໃນ​ເວ​ທີສາກົນ ​ແລະ ​ໃນ​ໂລກ​ເທື່ອ​ລະ​ກ້າວ. ລະດັບ​ວົງ​ເງິນ​ສົ່ງ​ອອກ​​ເພີ່ມ​ຂຶ້ນສະ​ເລ່ຍ​ແຕ່​ປີ 2007 ມາ​ຮອດ​ທ້າຍ​ປີ 2011 ​ແມ່ນ​ກວ່າ 19%, ສູງ​ກວ່າ​ລະດັບ 18% ກ່ອນ​ທີ່​ເຂົ້າ​ຮ່ວມ WTO. ຕະຫຼາດ​ຈຳໜ່າຍ​ສິ້ນ​ຄ້າ​ຂອງ​ຫວຽດນາມ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ບັນດາ​ຕະຫຼາດ​ໃຫຍ່​ໃນ​ໂລກ, ​ຂອບ​ຂະໜາດ​ຕະຫຼາດ​ທີ່​ມີ​ມາ​ແຕ່​ດົນ​ນານ​ກໍ່​ໄດ້​ຮັບ​ການ​ເປີດ​ກວ້າງ, ມາ​ຮອດ​ປີ 2010 ຫວຽດນາມ​ມີ 19 ຕະຫຼາດ​ທີ່ມີ​ມູນ​ຄ່າການ​ສົ່ງ​ອອກ​ບັນລຸ​​ແຕ່ 1 ຕື້ USD ຂຶ້ນ​ໄປ. ສິ່ງ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ວ່າ ຫວຽ​ດນາມ​ ເຊື່ອມ​ໂຍງ​ເຂົ້າ WTO ຢ່າງ​ສຳ​ເລັດ​ຜົນ ​ແລະ ປະກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ຄວາມການ​ສຳ​ເລັດຜົນ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ. ທ່ານ ຫງວຽນ​ຕ໋ຽນ​ເວື້ອງ, ຮອງຜູ້ອຳນວຍການ​ໃຫຍ່​ບໍລິສັດ​ໃຫຍ່​ການ​ຄ້າ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ.

“ ພາຍຫຼັງ 5 ປີ​ເຂົ້າ​ຮ່ວມ WTO ພວກ​ຂ້າພະ​ເຈົ້າ​ກໍ​ມີ​ບັນດາ​ຈຸດ​ທີ່​ພົ້ນ​ເດັ່ນ​ກວ່າ​ເມື່ອ​ກ່ອນ. ຄວາມ​​ເອົາ​ໃຈ​ໃສ່ຂອງ​ວິ​ສາ​ຫະກິດ​ຕໍ່ເຄື່ອງໝາຍ​ການ​ຄ້າ​​ແມ່ນດີກ​ວ່າ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ການ​ເຊື່ອມ​ໂຍງ WTO ກໍ່​ແມ່ນ​ກຳລັງ​ຊຸກຍູ້​ເພື່ອ​ໃຫ້​ບໍລິສັດ​ມີບັນດາ​ການ​ປັບປຸງ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ ​ເພື່ອ​ເປີກ​ກວ້າງ​ຕະຫຼາດ, ​ເພີ່ມ​ວົງ​ເງິນ​ສົ່ງ​ອອກ​ກໍ​ຄື​ພັດທະນາ​ລະບົບ​ການ​ຄ້າ​ຢູ່ພາຍ​ໃນ​ປະ​ເທດ”.

ຂ່າວ/ບົດ​ອື່ນ