5 ເດືອນ​ຕົ້ນ​ປີ 2022, ຮ່າ​ໂນ້ຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ທົບ 2 ເທົ່າ

(VOVWORLD) -  ຕາມພະແນກທ່ອງທ່ຽວຮ່າໂນ້ຍແລ້ວ, ໃນ 5 ເດືອນຕົ້ນປີ 2022, ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ຈຳນວນແຂກທ່ອງທ່ຽວໄປຍັງນະຄອນຫຼວງ ຍັງຄົງເພີ່ມຂຶ້ນຜ່ານແຕ່ລະເດືອນ. ນະຄອນໄດ້ເລີ່ມຕົ້ນການຕ້ອນຮັບແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍ, ພິເສດແມ່ນແຂກທ່ອງທ່ຽວບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເນື່ອງໃນໂອກ່ດ SEA Games 31. 
5 ເດືອນ​ຕົ້ນ​ປີ 2022, ຮ່າ​ໂນ້ຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ທົບ 2 ເທົ່າ - ảnh 1ພາບປະກອບ: VOV5

ຕາມນັ້ນແລ້ວ, 5 ເດືອນຕົ້ນປີນີ້, ຮ່າໂນ້ຍໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 6 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ແຂກທ່ອງທ່ຽວສາກົນບັນລຸກ່ວາ 126.000 ເທື່ອຄົນ. ໃນໄລຍະຈະມາເຖິງ, ພະແນກການທ່ອງທ່ຽວຮ່າໂນ້ຍສືບຕໍ່ຊີ້ນຳບັນດາໜ່ວຍງານປະຕິບັດການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດື່ມ, ເປັນເອກະລັກສະເພາະ ສຸມໃສ່ເຂົ້າບັນດາຜະລິດຕະພັນທີ່ເປັນທ່າແຮງຂອງນະຄອນ. ພິເສດ, ຂະແໜງການທ່ອງທ່ຽວຈະ ພັດທະນາການທ່ອງທ່ຽວກະສິກຳ, ໃນນັ້ນສຸມໃສ່ລົງທຶນກໍ່ສ້າງ, ທົດລອງບາງຮູບແບບພັດທະນາການທ່ອງທ່ຽວກະສິກຳ, ຊົນນະບົດ. ພ້ອມທັງ, ຜັນຂະຫຍາຍບັນດາໂຄງການ, ແຜນການໂຄສະນາ, ເຜີຍແຜ່, ຍົກສູງການຮັບຮູ້ຮູບແບບການທ່ອງທ່ຽວນະຄອນຫຼວງ ພາຍໃຕ້ຫຼາຍຮູບແບບ ຜ່ານຊ່ອງໂທລະພາບ VTV, HanoiTV, ຊ່ອງໂທລະພາບ CNN ສາກົນ, FM ການທ່ອງທ່ຽວຮ່າໂນ້ຍ, ເວັບໄຊ, ສື່ເອເລັກໂຕນິກ ແລະ ສື່ສັງຄົມອອນລາຍ (Youtube, Facebook).

ຕອບກັບ

ຂ່າວ/ບົດ​ອື່ນ