50 ປີແຫ່ງການພົວພັນ ຫວຽດນາມ - ມາເລເຊຍ: ການພົວພັນແລກປ່ຽນດ້ານວັດທະນະທຳສິລະປະທີ່ເປັນເອກະລັກສະເພາະ

(VOVWORLD) - ລາຍການພົບປະແລກປ່ຽນວັດທະນະທຳທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ນອນໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນຂອງສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ຢູ່ ມາເລເຊຍ ...
50 ປີແຫ່ງການພົວພັນ ຫວຽດນາມ - ມາເລເຊຍ: ການພົວພັນແລກປ່ຽນດ້ານວັດທະນະທຳສິລະປະທີ່ເປັນເອກະລັກສະເພາະ - ảnh 1ການສະແດງສິລະປະທີ່ລາຍການ
(ພາບ:Hằng Linh/TTXVN)

ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳສິລະປະທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຖືກເຊີນປະມານ 120 ທ່ານ.

        ລາຍການພົບປະແລກປ່ຽນວັດທະນະທຳທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ນອນໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນຂອງສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ຢູ່ ມາເລເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ (1973 – 2023). ເຫດການນອນໃນໂຄງການຢ້ຽມຢາມ, ເຮັດວຽກຂອງຄະນະນັກສິລະປະການ ຫວຽດນາມ ຢູ່ ໄທ, ສິງກະໂປ, ມາເລເຊຍ…. ເພື່ອແນໃສ່ພົບປະແລກປ່ຽນ, ຮ່ຳຮຽນ ແລະ ໂຄສະນາວັດທະນະທຳສິລະປະພື້ນເມືອງ ຂອງ ຫວຽດນາມ ຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ