(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາສຳເລັດຜົນ (19/8/1945 – 19/8/2025), ສື່ເອເລັກໂຕນິກ ຂອງໜັງສືພິມປະຊາຊົນ ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 18 ສິງຫາ ໄດ້ລົງບົດຂຽນດ້ວຍຫົວຂໍ້: “ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນໃຫ້ແກ່ພາລະກິດສ້າງສາປະເທດຊາດ”.
ທ່ານ ເຈິງຈຽນກົວ, ເລຂານຸການໃຫຍ່ສະມາຄົມວິທະຍາ Charhar, ອົງການຄົ້ນຄວ້າ (Think – tank) ທີ່ມີຊື່ສຽງຂອງ ຈີນ |
ໜັງສືພິມປະຊາຊົນ ເນັ້ນໜັກວ່າ ໄຊຊະນະຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນໃຫ້ແກ່ບັນດາຜົນສຳເລັດຂອງຫວຽດນາມ ໃນພາລະກິສ້າງສາ ແລະ ພັດທະນາປະເທດຊາດ, ແມ່ນພະຍານຫຼັກຖານພິສູດໃຫ້ເຫັນການປະຕິບັດແນວທາງຢ່າງຖືກຕ້ອງ, ການນຳພາຢ່າງສະຫຼາດສ່ອງໃສ ແລະ ວິໄສທັດຍຸດທະສາດຂອງພັກ ແລະ ປະທານ ໂຮ່ຈີມິນ; ຢັ້ງຢືນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳຈີນ, ທ່ານ ເຈິງຈຽນກົວ, ເລຂານຸການໃຫຍ່ສະມາຄົມວິທະຍາ Charhar, ອົງການຄົ້ນຄວ້າ (Think – tank) ທີ່ມີຊື່ສຽງຂອງ ຈີນ, ຢັ້ງຢືນວ່າ:
“ບໍ່ວ່າຈະແມ່ນການພັດທະນາເສດຖະກິດ, ການປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ການປະຕິຮູບການສຶກສາ ຫຼື ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຫວຽດນາມ ລ້ວນແຕ່ບັນລຸໄດ້ບັນດາຄວາມກ້າວໜ້າຢ່າງໃຫຍ່ຫຼວງ. ຍິ່ງໄປກວ່ານັ້ນ, ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ ກໍໄດ້ຮັບການຍົກສູງຂຶ້ນຫຼາຍພໍສົມຄວນ. ດັ່ງນັ້ນ, ຂ້າພະເຈົ້າຖືວ່າ, ການພັດທະນາຂອງ ຫວຽດນາມ ທັງນຳມາເຊິ່ງໝາກຜົນໃຫ້ແກ່ປະຊາຊົນ ຫວຽດນາມ ເອງ, ທັງປະກອບສ່ວນໃຫ້ແກ່ປະຊາຊົນ ອາຊີ, ພິເສດແມ່ນໃນໂລກອີກດ້ວຍ. ການພັດທະນາຂອງ ຫວຽດນາມ ກໍປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນສັນຕິພາບ ແລະ ການພັດທະນາຂອງທົ່ວໂລກ”.