9ປະເທດນອກເອີລົບເຂົ້າຮ່ວມການລົງໂທດສປປ.ເກົາຫຼີ

9ປະເທດນອກເອີລົບເຂົ້າຮ່ວມການລົງໂທດສປປ.ເກົາຫຼີ - ảnh 1
(ແວັບ​ໄຊ​ຂອງ KBS)

(vovworld) - ​​ວັນ​ທີ 18/06, ຊ່ອງວິ​ທະ​ຍຸ, ໂທ​ລະ​ພາບ KBS ຂອງ​ສ.ເກົາ​ຫຼີ ໄດ້​ໃຫ້​ຂ່າວ​ວ່າ, ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ຊົມ​ເຊຍ​ຂໍ້​ຕົກ​ລົງ​ເຂົ້າ​ຮ່ວມ​ການ​ລົ​ງ​ໂທດ​ສ​ປ​ປ.ເກົາ​ຫຼີ ຂອງ 9 ປະ​ເທດບໍ່​ແມ່ນ​ສະ​ມາ​ຊິກ​ຂອງ EU ຄື: Macedonia ແລະ Serbia, Bosnia – Herzegovina, ນອ​ກ​ແວ, ອາຍ​ແລນ ແລະ Liechtenstein. ວັນ​ທີ 27/05 ຜ່ານ​ມາ, EU ໄດ້​ເປີດກວ້າງ​ຂອບ​ເຂດ​ລົງ​ໂທດ ເພື່ອ​ໂຕ້​ຕອບເລື່ອງ ສ​ປ​ປ.ເກົາ​ຫຼີ ດຳ​ເນີນ​ກາ​ນ​ໂທດ​ລອງ​ນິວ​ເຄຼ​ຍ ຄັ້ງ​ທີ 4 ແລະ ເຫດ​ຍິງ​ລູກ​ສອ​ນ​ໄ​ຟ​ໄລ​ຍະໄ​ກ​ ພາຍ​ໃຕ້​ຮູບ​ການ​ຍິງ​ດາວ​ທຽມ. ນອກ​ຈາກ​​ການປະ​ຕິ​ບັດ​ມະ​ຕິ​ລົງ​ໂທດ​ພ​ຽງ​ຢ​າງ ຂອງ​ສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ແລ້ວ, EU ກໍ​ເພີ່ມ​ເຕີມ​ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ທີ່​ຫ້າມ​ນຳ​ເຂົ້າ, ສົ່ງ​ອອກ​ເຖິງ ສ​ປ​ປ.ເກົາ​ຫຼີ, ຈຳ​ກັດ​ການ​ໂ​ອນ​ເງິນ ແລະ ບັນ​ດາ​ການ​ແລກ​ປ່ຽນ​ດ້າ​ນ​ການ​ຄ້າ​ກັບ​ພຽງ​ຢາງ, ຫ້າມ​ລົງ​ທຶນ​ເຂົ້າ​ປະ​ເທດນີ້ ແລະ ຫ້າມ​ເຮືອ​ບິນ, ກ່ຳ​ປັ່ນ​ຂອງ​ສ​ປ​ປ.ເກົາ​ຫຼີ ເດີນ​ທາງ​ຜ່ານ​ເຂດ​ທະ​ເລ, ນ່​ານ​ຟ້າ ຫຼື ເຂົ້າ​ທຽບ​ທ່າ​ບັນ​ດາ​ປະ​ເທດ​ເອີ​ລົບ.

ຂ່າວ/ບົດ​ອື່ນ