ADB ຫນູນຊ່ວຍ ຫວຽດນາມ ແລະ ລາວ ສະກັດກັ້ນການຕິດແປດ ເຊື້ອ HIV ຢູ່ 23 ແຂວງຊາຍແດນ

ADB ຫນູນຊ່ວຍ ຫວຽດນາມ ແລະ ລາວ ສະກັດກັ້ນການຕິດແປດ ເຊື້ອ HIV ຢູ່ 23 ແຂວງຊາຍແດນ - ảnh 1
ພາບປະກອບ:internet


(vovworld) - ທະນາຄານ​ພັດທະນາ ອາຊີ (ADB) ປະຈຳຫວຽດນາມ ​ໃຫ້​ຮູ້​ວ່າ: ADB ຈະ​ສະຫນອງ​ຈຳນວນ​ເງິນ 20 ລ້ານ USD ​ໃນ​ບ​້ວງ​ເງິນ​ຊ່ວຍ​ເຫລືອ​ລ້າ ​ແລະ ບັນດາ​ບ້ວງ​ເງິນ​​ໃຫ້​ກູ້​ຢືມ​ເພື່ອ​ຫນູນ​ຊ່ວຍ ລາວ ​ແລະ ຫວຽດນາມ ສະ​ກັດ​ກັ້ນ​ການ​ຕິດ​​ແປດ ​ເຊື້ອ HIV ຢູ່ 23​ແຂວງ​ຊາຍ​ແດນ. ​ໂຄງການ​ດັ່ງກ່າວ​ຄາດ​ວ່າ​ໄດ້​ຮັບ​ການ​ປະຕິບັດ​ໃນ​ໄລຍະ 5 ປີ, ສິ້ນ​ສຸດ​ໃນ​ເດືອນ 12/2017 ດ້ວຍ​ລາຍ​ຈ່າຍ​ເກືອບ 22 ລ້ານ USD, ​ໃນ​ນັ້ນ​ລັດຖະບານ​ລາວ ​ແລະ ຫວຽດນາມ ປະກອບ​ຈຳນວນ​ເງິນ 500.000 USD ​ແລະ 1,3 ລ້ານ USD ຕາມ​ລຳດັບ. ທ່ານ Emiko Masaki ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ສັງຄົມ​ຂຶ້ນ​ກັບ​ກົມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ ADB ​ໃຫ້​ຮູ້​ວ່າ: ​ໂຄງການ​ນີ້ ຈະ​ຊ່ວຍ​ເພີ່ມ​ທະວີ​ບັນດາ​ລະບົບ​ຮັບ​ມື​ກັບ​ເຊື້ອ HIV ຂອງ ຫວຽດນາມ ​ແລະ ລາວ ດ້ວຍ​​ແຫ​ລ່ງຂໍ້​ມູນ​ຂ່າວສານ, ຄວາມ​ຊຳນານ​ງານ, ຄວາມ​ສາມາດ​ສຳ​ພັດ​ກັບ​ບັນດາ​ບໍລິການ​ສາທາລະນະ​ສຸກ​ມີ​ຄຸນ​ນະພາບ. ​ໂຄງການ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະວີ​ແຜນການ ​ແລະ ການ​ຄຸ້ມ​ຄອງ​ແຫ່ງ​ຊາດ​ກ່ຽວ​ກັບ​ເຊື້ອ HIV, ຍົກ​ສູງ​ຄວາມ​ຮູ້ ​ແລະ ຄວາມ​ຊຳນານ​ງານ​ຂອງ​ພະນັກ​ງານ​ການ​ແພດ​ໃນ​ການ​ສະຫນອງ​ບັນດາ​ບໍລິການ​ກ່ຽວຂ້ອງ​ເຖິງ​ເຊື້ອ HIV ​ໃຫ້​ແກ່​ວົງ​ຄະນາ​ຍາດ​ຢູ່​ເຂດ​ຫ່າງ​ໄກ ພ້ອມ​ທັງ​ເພີ່ມ​ທະວີ​ຂະ​ບວນການ​ປ່ຽນ​ແປງ​ການ​ກະທຳ​ຕໍ່​ຄວາມ​ສ່ຽງ​ຕິດ​ເຊື້ອ HIV ​ໃນ​ກຸ່ມ​​ເປົ້າ​ໝາຍ​ທີ່​ມີໄພ​ຕິດ​ເຊື້ອ HIV, ​ໃນ​ນັ້ນ ມີ​ກຸ່ມເປົ້າ​ໝາຍ​ຢູ່​ບັນດາ​ເມືອງ​ຢູ່ເຂດຊາຍ​ແດນ.

ຂ່າວ/ບົດ​ອື່ນ