APEC ຢືນຢັນຄວາມສະເໝີພາບລະຫວ່າງຍິງ -ຊາຍ ແມ່ນໃຈກາງຂອງການພັດທະນາເສດຖະກິດ ແລະ ແຫຼ່ງຊັບພະຍາກອນມະນຸດ

(VOVWORLD) - ຕອນເຊົ້າວັນທີ 29 ກັນຍາ, ຢູ່ນະຄອນ ເຫ້ວ, ແຂວງ ເທື່ອທຽນ - ເຫ້ວ ໄດ້ຈັດຕັ້ງການສົນທະນານະໂຍບາຍຂັ້ນສູງກ່ຽວກັບແມ່ຍິງ ແລະ ເສດຖະກິດໃນ APEC ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະ ແລະ ຜູ້ແທນບັນດາພື້ນຖານເສດຖະກິດ APEC. 
APEC ຢືນຢັນຄວາມສະເໝີພາບລະຫວ່າງຍິງ -ຊາຍ ແມ່ນໃຈກາງຂອງການພັດທະນາເສດຖະກິດ ແລະ ແຫຼ່ງຊັບພະຍາກອນມະນຸດ - ảnh 1 ການສົນທະນານະໂຍບາຍຂັ້ນສູງກ່ຽວກັບແມ່ຍິງ ແລະ ເສດຖະກິດໃນ APEC

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບບົດລາຍງານສັງລວມໝາກຜົນຂອງບັນດາກອງປະຊຸມສົນທະນາພາກລັດ - ເອກະຊົນ ກ່ຽວກັບແມ່ຍິງ ແລະ ເສດຖະກິດ; ກອງປະຊຸມຄູ່ຮ່ວມມືນະໂຍບາຍແມ່ຍິງ ແລະ ເສດຖະກິດ… ທີ່ການສົນທະນາ, ທ່ານ ດ່າວງອັກຢູງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ:

        “ຫວຽດນາມ ກໍ່ຄືຫຼາຍພື້ນຖານເສດຖະກິດໃນ APEC ພວມຕ້ອງປະເຊີນໜ້າກັບເສດຖະກິດເຕີບໂຕຢ່າງຊັກຊ້າລົງ. ດັ່ງນັ້ນ, ການຊຸກຍູ້ບັນດາການປະຕິຮູບເສດຖະກິດ ແລະ ສືບຕໍ່ຮັບປະກັນບັນດາຄວາມກ້າວໜ້າກ່ຽວກັບເສດຖະກິດ - ສັງຄົມແມ່ນສຳຄັນທີ່ສຸດ. ບັນດາຍຸດທະສາດການເຕີບໂຕກວມລວມ ແລະ ຍືນຍົງຈະແມ່ນຂໍ້ກຸນແຈເພື່ອໃຫ້ພວກເຮົາປະຕິບັດການລົງລ້າງຄວາມທຸກຍາກ, ຫລຸດຜ່ອນການຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຊຸກຍູ້ການພັດທະນາເປັນມິດກັບສິ່ງແວດລ້ອມ.”

 

ຕອບກັບ

ຂ່າວ/ບົດ​ອື່ນ