APEC ເນັ້ນ​ໜັກ​ເຖິງ​ການ​ເຄື່ອນ​ໄຫວ​ເພື່ອ​ອະ​ນາ​ຄົດ​ຂອງ ແມ່​ຍິງ ແລະ ເດັກ​ຍິງ

(VOVWORLD) -ລັດຖະມົນຕີ, ເຈົ້າໜ້າທີ່ ແລະ ການນໍາບັນດາພື້ນຖານເສດຖະກິດ ໄດ້ໃຫ້ຄຳໝັ້ນສັນຍາ ຈະຜັນຂະຫຍາຍບັນດານະໂຍບາຍຊ່ວຍຍົກສູງໂອກາດສຳຜັດກັບແຫຼ່ງທຶນ ແລະ ຕະຫຼາດໃຫ້ແກ່ແມ່ຍິງ, ຊຸກຍູ້ແມ່ຍິງເຂົ້າຮ່ວມກຳລັງອອກແຮງງານ, ເປີດກວ້າງໂອກາດໃຫ້ແມ່ຍິງດຳລົງຕຳແໜ່ງເປັນການນຳ. ບັນດາຂໍ້ຕົກລົງດັ່ງກ່າວຈະສ້າງພື້ນຖານແກ່ອະນາຄົດທີ່ຍືນຍົງຂອງແມ່ຍິງ ແລະ ເດັກຍິງ.


APEC ເນັ້ນ​ໜັກ​ເຖິງ​ການ​ເຄື່ອນ​ໄຫວ​ເພື່ອ​ອະ​ນາ​ຄົດ​ຂອງ ແມ່​ຍິງ ແລະ ເດັກ​ຍິງ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສ APEC ກ່ຽວກັບແມ່ຍິງ ແລະ ເສດຖະກິດ 2021 (ພາບ: TTXVN)

ວັນທີ 24 ກັນຍາ, ລັດຖະມົນຕີ ແລະ ເຈົ້າໜ້າທີ່ບັນດາພື້ນຖານເສດຖະກິດທີ່ເປັນສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ໃຫ້ຄຳໝັ້ນສັນຍາຄືນໃໝ່ກ່ຽວກັບການປະຕິບັດບັນດາເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີສິດອຳນາດເສດຖະກິດໃຫ້ແກ່ແມ່ຍິງ, ສ້າງເງື່ອນໄຂຊ່ວຍເສດຖະກິດຂອງພາກພື້ນພັດທະນາຢ່າງຮອບດ້ານ, ມີປະສິດທິຜົນ ແລະ ຍືນຍົງກວ່າ. ບັນດາຄຳໝັ້ນສັນຍາດັ່ງກ່າວ ໄດ້ຍົກອອກມາໃນເວທີປາໄສ APEC ກ່ຽວກັບແມ່ຍິງ ແລະ ເສດຖະກິດ 2021 ໂດຍ ນິວຊີແລນ ເປັນເຈົ້າພາບ ຈັດຂຶ້ນແບບທາງໄກ.

ລະອຽດ, ລັດຖະມົນຕີ, ເຈົ້າໜ້າທີ່ ແລະ ການນໍາບັນດາພື້ນຖານເສດຖະກິດ ໄດ້ໃຫ້ຄຳໝັ້ນສັນຍາ ຈະຜັນຂະຫຍາຍບັນດານະໂຍບາຍຊ່ວຍຍົກສູງໂອກາດສຳຜັດກັບແຫຼ່ງທຶນ ແລະ ຕະຫຼາດໃຫ້ແກ່ແມ່ຍິງ, ຊຸກຍູ້ແມ່ຍິງເຂົ້າຮ່ວມກຳລັງອອກແຮງງານ, ເປີດກວ້າງໂອກາດໃຫ້ແມ່ຍິງດຳລົງຕຳແໜ່ງເປັນການນຳ. ບັນດາຂໍ້ຕົກລົງດັ່ງກ່າວຈະສ້າງພື້ນຖານແກ່ອະນາຄົດທີ່ຍືນຍົງຂອງແມ່ຍິງ ແລະ ເດັກຍິງ.


ຕອບກັບ

ຂ່າວ/ບົດ​ອື່ນ