ASIAD 2018: ສື່ມວນຊົນສາກົນຕີລາຄາສູງໄຊຊະນະຂອງທິມ Olympic ຫວຽດນາມ

(VOVWORLD) -ພາຍຫຼັງເອົາໄຊຊະນະ 3 – 0 ຕໍ່ທິມ Olympic ປາກິດສະຖານ ໃນການແຂ່ງຂັ້ນທຳອິດຢູ່ງານມະຫາກຳລິກາອາຊີ (ASIAD) 2018, ທິມ Olympic ຫວຽດນາມ ໄດ້ຮັບການຊົມເຊີຍຈາກສື່ມວນຊົນສາກົນເປັນຈຳນວນຫຼາຍ.

ASIAD 2018: ສື່ມວນຊົນສາກົນຕີລາຄາສູງໄຊຊະນະຂອງທິມ Olympic ຫວຽດນາມ - ảnh 1

ສື່ມວນຊົນສາກົນຕີລາຄາສູງໄຊຊະນະຂອງທິມ Olympic ຫວຽດນາມ 

(ພາບ:  thethaotv.vn)

ໃນບົດຂຽນກ່ຽວກັບນັດບານເຕະ, ໜ້າຫຼັກຂອງເວັບໄຊສະຫະພັນບານເຕະອາຊີ (AFC) ໄດ້ຕີລາຄາວ່າ ໄຊຊະນະຂອງທິນ Olympic ຫວຽດນາມ ແມ່ນດີຫຼາຍ ຍ້ອນນັບທັງດ້ານເຕັກນິກລີລາການເຕະ ແລະ ບົດຮຽນໃນການແຂ່ງຂັນ.

        ສື່ມວນຊົນປະເທດເຈົ້າພາບອິນໂດເນເຊຍ ກໍ່ສະແດງໃຫ້ເຫັນຄວາມປະທັບໃຈຕໍ່ໄຊຊະນະ 3 – 0 ຂອງທິນບານເຕະຫວຽດນາມ ແລະ ມີທັດສະນະເຊັ່ນດຽວກັນທີ່ວ່າ, ອາດຈະຍາດໄດ້ຜົນງານຫຼາຍກວ່າ ຖ້າຫາກບັນດານັກກິລາບານເຕະຫວຽດນາມ ນຳໃຊ້ທຸກກາລະໂອກາດ.

        ໃນຂະນະນັ້ນ, ໜັງສືພິມ Sohu ຂອງຈີນ ແລະ Sports Seoul ຂອງສ.ເກົາຫຼີ ໃຫ້ໃຫ້ຂໍ້ສັງເກດວ່າ ກຳລັງແຮງຂອງບັນດານັກກິລາຫວຽດນາມ ແມ່ນ “ບໍ່ອາດຖືເບົ່າໄດ້”.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ