Asian Para Games 2018: ພິທີຊັກທຸງຂອງຄະນະນັກກິລາຄົນພິການຫວຽດນາມ

(VOVWORLD) -ວັນທີ 05 ຕຸລາ, ພິທີຊັກທຸງຂອງຄະນະນັກກິລາຄົນພິການຫວຽດນາມ ທີ່ເຂົ້າຮ່ວມ Asian Para Games 2018 ໄດ້ດຳເນີນຢູ່ສະໜາມຫຼວງ ບ້ານພັກນັກກິລາ Asian Game 18, ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ, ໄດ້ສ້າງຂີດໝາຍການເຂົ້າຮ່ວມຂອງຄະນະນັກກິລາຢູ່ງານມະຫາກຳຄັ້ງນີ້ຢ່າງເປັນທາງການ.

Asian Para Games 2018: ພິທີຊັກທຸງຂອງຄະນະນັກກິລາຄົນພິການຫວຽດນາມ - ảnh 1ພິທີຊັກທຸງຂອງຄະນະນັກກິລາຄົນພິການຫວຽດນາມ

(ພາບ: TTXVN)

ທ່ານ ຫວູເທຟຽດ, ຮອງປະທານ, ທັງເປັນເລຂາທິການໃຫຍ່ສະຫະສະມາຄົມ Paralympic, ຫົວໜ້າຄະນະນັກກິລາຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ເຂົ້າຮ່ວມ Asian Para Games 2018 ຄັ້ງນີ້ດ້ວຍເປົ້າໝາຍຕົ້ນຕໍແມ່ນຮໍ່າຮຽນ ແລະ ພົບປະແລກປ່ຽນກັບເພື່ອນມິດສາກົນ; ຍົກສູງພາບພົດຂອງຫວຽດນາມ ສຳລັບເພື່ອນມິດສາກົນ, ພ້ອມກັນນັ້ນບັນດານັກກິລາກໍ່ຕັດສິນໃຈຍາດໄດ້ຜົນງານສູງທີ່ສຸດ, ພິເສດແມ່ນ ແລ່ນແລະລານ, ລອຍນ້ຳ ແລະ ຍົກນຳໜັກ, ເຊິ່ງເປັນປະເພດກິລາທີ່ຫວຽດນາມ ຍາດໄດ້ຫຼຽນຄຳຢູ່ບັນດາງານແຂ່ງຂັນໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ