BIDVສ້າງຕັ້ງສາຂາຢູ່ມຽນມາ

BIDVສ້າງຕັ້ງສາຂາຢູ່ມຽນມາ - ảnh 1
BIDVສ້າງຕັ້ງສາຂາຢູ່ມຽນມາ
(ພາບ: BIDV)

(vovworld)- ​​ ໃນ​ວັນ​ທີ 4/7 ທະ​ນາ​ຄານ​ສູນ​ກາງ​ມຽນ​ມາ (CBM) ໄດ້​ອອກ​ໃບ​ອະ​ນຸ​ຍາດ ​ໃຫ້​ທະ​ນາ​ຄານ​ການ​ຄ້າ​​ຫຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV) ສ້າງ​ຕັ້ງ​ສາ​ຂາ​ເຄື່ອນ​ໄຫວ ຢູ່​ຕະຫຼາດ​ມຽນ​ມາ. ພາຍຫຼັງ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ ຈາກ​ຄະ​ນະກຳ​ມະ​ການ​ອອກ​ໃບ​ອະ​ນຸ​ຍາດ ໃຫ້​ທະ​ນາ​ຄານ​ຕ່າງ​ປະ​ເທດແລ້ວ, BIDV ກໍ່ເລີ່ມ​ຕົ້ນ​ເຄື່ອນ​ໄຫວ​​ນັບແຕ່​ວັນ​ທີ 1/7. ຂໍ້​ຕົກ​ລົງຮັບ​ຮອງ​ໃນເບື້ອງ​ຕົ້ນ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ໄລ​ຍະ ​1 ປີ, ໃນໄລ​ຍະ​ເວ​ລາ​ນີ້​ບັນ​ດາ​ ທະ​ນາ​ຄານ​​ດັ່ງ​ກ່າວ ​ຄວນ​ດຳ​ເນີນ​ບັນ​ດາມາດ​ຕະ​ການ ​ທີ່ຈຳເປັນ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​​ບົດ​ບາດ​ໜ້າ​ທີ່ ​ໃນ​ການ​ເຄື່ອນໄຫວ ຂອງ​ທະ​ນາ​ຄານ ກໍ່​ຄືກ​ານ​ປະ​ຕິ​ບັດ​ຕາມ​ບັນ​ດາຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​ໂດຍ CBM ວາງ​ອອກ. ຕາມ​ຂໍ້​ກຳ​ນົດ​​ຂອງ CBM ​ແລ້ວ, ທະ​ນາ​ຄານ​ຕ່າງ​ປະ​ເທດ ພຽງ​ແຕ່​ມີ​ສິດ​ສະ​ໜອງ​ການ​ບໍ​ລິ​ການ​ທະ​ນາ​ຄານ ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຢູ່​ປະ​ເທດ​ນີ້ ແລະ ຢ່າງ​ໜ້ອຍ​ສຸດກໍ່ມີ​ໜຶ່ງສາ​ຂາ, ມີທຶນ ຕ່ຳ​ສຸດແມ່ນ 75 ລ້ານ USD.

 

ຂ່າວ/ບົດ​ອື່ນ