Boeing787-9Dreamliner ຂອງVietnam Airlines ສ້າງຄວາມປະທັບໃຈຢ່າງແຮງຢູ່ງານວາງສະແດງການບິນປາຣີ 2015

Boeing787-9Dreamliner ຂອງVietnam Airlines ສ້າງຄວາມປະທັບໃຈຢ່າງແຮງຢູ່ງານວາງສະແດງການບິນປາຣີ 2015 - ảnh 1
​ເຮືອ​ບິນ Boeing 787-9 Dreamliner
ພາບ:baomoi.com

(vovworld)- ງານ​ວາງ​ສະ​ແດງ​ການ​ບິນສາ​ກົນ ປາ​ຣີ ຄັ້ງ​ທີ 51 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 15/6 ຢູ່ ສະ​ຫນາມ​ບິນ Le Bourget ປາ​ຣີ. ນະ​ທີ່ນີ້ ບໍ​ລິ​ສັດ Boeing ໄດ້​ບິນ​ສະ​ແດງ​ເຮືອ​ບິນ Boeing 787-9 Dreamliner ດ້ວຍ​ຮູບ​ເຄື່ອງ​ໝາຍ​ໃຫມ່​ຂອງ​ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ (Vietnam Airlines). ນີ້​ເປັນ​ຄັ້ງ​ທຳ​ອິດ ບໍ​ລິ​ສັດ Boeing ບິນ​ສ​ະ​ແດງ​ເຮືອ​ບິນ​ລຸ້ນ​ໃຫມ່ໝາຍ​ເລກ 787-9 ດ້ວຍ​ຮູບ​ສະ​ເພາະ​ຂອງ​ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຫນຶ່ງ. ທ່ານ ຟ້າມງອກ​ມີງ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ ​ທີ່ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ແນະ​ນຳ​ເຮືອ​ບິນ​​ລຸ້ນໃຫມ່ຂອງ​ຕົນ​ຢູ່ ງານ​ວາງ​ສະ​ແດງ​ໃຫຍ່​ສຸດ​​ຂອງໂລກ​ຄື ຢູ່ ປາ​ຣີ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ນີ້​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃຫ​ມ່​ຂອງ​ພາບ​ພົດ Vietnam Airlines ກໍ​ຄື​ຄຸນ​ນະ​ພາບ​​ການບໍ​ລິ​ການ​ຮັບ​ໃຊ້​ຜູ້​ໂດຍ​ສານ ຊື່ງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ໝັ້ນ​ໝາຍ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ ເມື່ອ​ເຮືອ​ບິນ​ລຳ​ດັ່ງ​ກ່າວ​ຈະ​ເລີ່ມ​ບິນ​ຈາກ​ ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈິ​ມີນ ໄປ​ເຖິງ Heathrow, ອັງ​ກິດ ແລະ ໃນ​ເດືອນ 11 ຈະ​ບິນ​ຈາກ ຮ່າ​ໂນ້ຍ, ນະ​ຄອນ ໂຮ່​ຈິ​ມີນ ໄປ​ເຖິງ Franfurt.”

 

ຂ່າວ/ບົດ​ອື່ນ