Brexit ເຮັດ​ໃຫ້​ການ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ອັງ​ກິດ ແລະ EU ຫຼຸດ​ລົງ

(VOVWORLD) -ກະຊວງເສດຖະກິດຝລັ່ງ ໄດ້ປະກາດບັນດາຂໍ້ມູນຢູ່ນອກກອງປະຊຸມຂັ້ນລັດຖະມົນຕີ ຂອງ EU ຢູ່ຝລັ່ງ ເພື່ອແນໃສ່ຕີລາຄາກ່ຽວກັບວິວັດການ Brexit ທີ່ໄດ້ເລີ່ມຕົ້ນກ່ອນນີ້ 1 ປີ.
Brexit ເຮັດ​ໃຫ້​ການ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ອັງ​ກິດ ແລະ EU ຫຼຸດ​ລົງ - ảnh 1ພາບປະກອບ: AFP/TTXVN

ເລື່ອງອັງກິດຖອນຕົວອອກຈາກ ສະຫະພາບເອີລົບ (EU), ຫຼືຍັງ ເອີ້ນວ່າ Brexit ໄດ້ກໍ່ຜົນສະທ້ອນຕໍ່ການເຄື່ອນໄຫວແລກປ່ຽນການຄ້າສອງສົ້ນ ລະຫວ່າງ ເອີລົບ ແລະ ອັງກິດ, ໃນນັ້ນບັນດາຂະແໜງຄື: ລົດໂອໂຕ, ຕ່ຳແຜ່ນຕັດຫຍິບ ແລະ ການບິນ ໄດ້ຮັບຜົນກະທົບຢ່າງແຮງທີ່ສຸດ. ນີ້ແມ່ນຂໍ້ສັງເກດຫຼ້າສຸດຂອງທ່ານລັດຖະມົນຕີກະຊວງເສດຖະກິດຝລັ່ງ ຍົກອອກ ໃນວັນທີ 27 ມັງກອນ.

ກະຊວງເສດຖະກິດຝລັ່ງ ໄດ້ປະກາດບັນດາຂໍ້ມູນຢູ່ນອກກອງປະຊຸມຂັ້ນລັດຖະມົນຕີ ຂອງ EU ຢູ່ຝລັ່ງ ເພື່ອແນໃສ່ຕີລາຄາກ່ຽວກັບວິວັດການ Brexit ທີ່ໄດ້ເລີ່ມຕົ້ນກ່ອນນີ້ 1 ປີ. ຕາມນັ້ນແລ້ວ, ການສົ່ງອອກ EU ໄປຍັງ ອັງກິດ ຫຼຸດລົງ 15%ໃນ 10 ເດືອນຕົ້ນປີ 2021 ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2019, ກ່ອນເກີດພະຍາດໂຄວິດ - 19. ໃນຂະນະນັ້ນ, ສິນຄ້າ ອັງກິດນຳເຂົ້າຈາກ EU ກໍ່ຫຼຸດລົງ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໂລກລະບາດໂຄວິດ - 19 ກໍ່ມີຜົນກະທົບຫຼາຍພໍສົມຄວນຕໍ່ການຈະລາຈອນສິນຄ້າສອງຝ່າຍ. ເຖິງຢ່າງໃດກໍ່ຕາມ, ຕາມຕົວເລກຂອງ ອົງການສະຖິຕິ EU (Eurostart) ແລ້ວ, ຍອດວົງເງິນການນຳເຂົ້າ ແລະ ສົ່ງອອກເວົ້າລວມ ຂອງ EU ໄດ້ລື່ນກາຍລະດັບຮັບຮູ້ໃນປີ 2019 ໃນ 10 ເດືອນຕົ້ນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ