CIEM ອັບເດດການຄາດຄະເນແງ່ຫວັງເສດຖະກິດ ຫວຽດນາມ (GDP) ປີ 2022

(VOVWORLD) - ການເຕີບໂຕເສດຖະກິດປີ 2022 ອາດຈະບັນລຸ 6,7% ຕາມແຜນການທີ 1, ແລະ 6,9% ຕາມແຜນການທີ 2. ຄາດວ່າ, ການສົ່ງອອກໝົດປີເພີ່ມຂຶ້ນ 15,8% ໃນແຜນການທີ 1 ແລະ ເພີ່ມຂຶ້ນ 16,3% ໃນແຜນການທີ 2

ແງ່ຫວັງເສດຖະກິດຫວຽດນາມ (GDP) ປີ 2022 ບັນລຸແຕ່ 6,7 – 6,9%, ນີ້ແມ່ນ 2 ແຜນການອັບເດດໄດ້ຍົກອອກມາທີ່ກອງປະຊຸມສຳມະນາປະກາດບົດລາຍງານ: “ເສດຖະກິດ ຫວຽດນາມ 6 ເດືອນຕົ້ນປີ 2022 -  ປະຕິຮູບ ແລະ ພັດທະນາແບບຍືນຍົງ” ໂດຍສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດ ສູນກາງ (CIEM) ຈັດຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ດ້ວຍການໜູນຊ່ວຍຂອງໂຄງການ ອົດສະຕາລີ ໜູນຊ່ວຍ ການປະຕິຮູບເສດຖະກິດ ຫວຽດນາມ.

CIEM ອັບເດດການຄາດຄະເນແງ່ຫວັງເສດຖະກິດ ຫວຽດນາມ (GDP) ປີ 2022 - ảnh 1ກອງປະຊຸມຂອງ CIEM (ພາບ: CIEM)

   ສອງແຜນການເຕີບໂຕໂດຍອີງໃສ່ຂໍ້ມູນສະຖິຕິທ່າຟື້ນຟູຕັ້ງໜ້າຂອງເສດຖະກິດ ຫວຽດນາມ ໃນ 6 ເດືອນຕົ້ນປີນີ້. ການເຕີບໂຕເສດຖະກິດປີ 2022 ອາດຈະບັນລຸ 6,7% ຕາມແຜນການທີ 1, ແລະ 6,9% ຕາມແຜນການທີ 2. ຄາດວ່າ, ການສົ່ງອອກໝົດປີເພີ່ມຂຶ້ນ 15,8% ໃນແຜນການທີ 1 ແລະ ເພີ່ມຂຶ້ນ 16,3% ໃນແຜນການທີ 2. ຄາດວ່າການຄ້າເກີນດຸນຈະຢູ່ໃນລະດັບ 1,2 ຕື້ USD ແລະ 2,5 ຕື້ USD. ເງິນເຟີ້ສະເລ່ຍປີ 2022 ຄາດວ່າຢູ່ໃນລະດັບ 4,0% ແລະ 3,7% ຕາມລຳດັບ… ທ່ານ ຫງວຽນແອັງເຢືອງ, ຫົວໜ້າຄະນະຄົ້ນຄ້ວາສັງລວມ, ສະຖາບັນຄົ້ນຄ້ວາ ຄຸ້ມຄອງເສດຖະກິດສູນກາງໃຫ້ຂໍ້ສັງເກດວ່າ:

        “ການຫັນປ່ຽນສີຂຽວອາດຈະເກີດຂຶ້ນບໍ່ວ່າເວລາໃດ, ສ່ວນການຟື້ນຟູສີຂຽວສະແດງ ວິວັດການຫັນປ່ຽນສີຂຽວໃນວິວັດການຟື້ນຟູທີ່ເກີດຂຶ້ນໃນທັນທີ. ວິວັດການນີ້ມີທ່າແຮງຫຼາຍທີ່ສຸດ, ທຳອິດແມ່ນການສະໜັບສະໜູນຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຍ້ອນວ່າ ຖ້າຕາມຮູບແບບມູນເຊື້ອ, ສະພາບກຳລັງເປັນປົກກະຕິ, ແຕ່ວ່າມາໃຫ້ວິສາຫະກິດຕ້ອງຫັນປ່ຽນໄປສູ່ຮູບແບບເຕີບໂຕສີຂຽວນັ້ນ, ແນ່ນອນວ່າບໍ່ມີໃຜເຮັດໄດ້; ຢາກສະພາບເກີດໂລກລະບາດ, ຮຽກຮ້ອງມີການຮັບມື, ນີ້ແມ່ນທິດທາງເດີນໃນໂລກລະບາດ ແລະ ເຂົາເຈົ້າຈະໃຫ້ການຮ່ວມມືກ່ວາ. ”

ຕອບກັບ

ຂ່າວ/ບົດ​ອື່ນ