Costa Rica ຢາກເພີ່ມທະວີ ການພົວພັນມິດຕະພາບ ແລະ ຮ່ວມມືກັບຫວຽດນາມ

 

Costa Rica ຢາກເພີ່ມທະວີ ການພົວພັນມິດຕະພາບ ແລະ ຮ່ວມມືກັບຫວຽດນາມ  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​​ຕ້ອນຮັບ
 ທ່ານ Jose Enrique Catillo Barrantes ລັດຖະມົນຕີ​
ການ​ຕ່າງປະ​ເທດ ​ແລະ ສາສະຫນາ Costa Rica
ພາບ:baomoi.com


(vovworld)-​​​​ ​ ​ ວັນ​ທີ 2810,  ທ່ານ Jose Enrique Catillo Barrantes, ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ສາສະຫນາ Costa Rica ​ໄດ້​ສີ້​ນສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຟ້າ​ມບິງ​ມິ​ງ ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ. ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 26-28/10/2013, ທ່ານ​ລັດຖະມົນຕີ Jose Enrique Catillo Barrantes ​ໄດ້​ເຂົ້າຢ້ຽມ​ຂ່ຳ​ນັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ​ພົບປະເຈລະຈາກັບທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິງ​ມິ​ງ; ​ໄປ​ວາງ​ພວງມາລາ​ຢູ່​ສຸສານ​ປະທານ​ໂຮ່ຈິ​ມິນ ​ແລະ ອານຸສາ​ວະລີ​ບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ; ​ໄປ​ຢ້ຽມຢາມ​ມໍລະດົກ​ທຳ​ມະ​ຊາດ​ໂລກ​ອ່າວ​ຮ້າ​ລອງ.

  ທີ່​ການ​ພົບ​ປະ​ກັບ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ທ່ານ​ລັດຖະມົນຕີ Jose Enrique Catillo Barrantes ​ໄດ້ສະ​ແດງ​ຄວາມ​ປາດ​ຖະຖະໜາຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ກັບຫວຽດນາມ. ສ່ວນ​ໃນ​ການ​ພົບ​ປະ​ເຈລະຈາ​ລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດສອງ​ທ່ານ, ທ່ານ​ລັດຖະມົນຕີ Jose Enrique Catillo Barrantes ​ໄດ້ຢັ້ງຢືນ​​​ແຜນນະ​ໂຍບາຍຂອງ​ລັດຖະບານ Costa Rica ​ໃນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ອາຊີ-​ປາຊີ​ຝິກ, ​ໃນ​ນັ້ນມີ​ຫວຽດນາມ, ສຸມ​ໃສ່​ບັນດາ​ຂົງ​ເຂດ​ຊື່​ງສອງ​ຝ່າຍ​ມີ​ທ່າ​ແຮງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ການ​ຄ້າ, ກະສິກຳ, ທ່ອງ​ທ່ຽວ, ວັດທະນະທຳ, ການ​ສຶກສາ.. ທ່ານ​ປາດຖະໜາ​ວ່າຜ່ານ​ຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້./.

ຂ່າວ/ບົດ​ອື່ນ