Croatia ກາຍເປັນສະມາຊິກທີ 28 ຂອງ ອີຢູ

Croatia ກາຍເປັນສະມາຊິກທີ 28 ຂອງ ອີຢູ - ảnh 1
ພາບປະກອບ

 (vovworld) – ​​ວັນ​ທີ 1/7, Croatia ​ໄດ້​ເຂົ້າ​ເປັນ​ສະມາຊິກ​ສະຫະພາບ ​ເອີ​ລົບ (EU). ໝາຍ​ຄວາມ​ວ່າ, Croatia ຈະ​ກາຍ​ເປັນ​ປະ​ເທດ​ສະມາຊິກ​ທີ 28 ຂອງ​ກຸ່ມ​ສະຫະ​ພາບ​ເອີ​ລົບ. ​ເປັນ​ຄັ້ງ​ທຳ​ອິດ, Croatia ຈົດ​ທະບຽນ​ກາຍ​ເປັນ​ສະມາຊິກ​ຂອງ ສະຫະພາບ​ເອີ​ລົບ ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ 12/2011, ຫຼັງ​ຈາກ​ນັ້ນ, ຄະນະ​ກຳມະການ ​ເອີ​ລົບ ​ໄດ້​ສົ່ງ​ສັນຍານສ້າ​ງ​ເງື່ອນ​ໄຂ​ໃຫ້ Croatia ​ເຂົ້າ​​ເປັນ​ສະມາຊິກ​ຂອງ​ອົງການ​ນີ້, ດ້ວຍ​ເລື່ອງ​ເຫັນ​ດີ​ເປັນ​ເອກະ​ພາບ​ປະຕິບັດ​ສຳ​ເລັດ​ວິວັດ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນີ້. Croatia ​ແມ່ນ​ປະ​ເທດ​ທີ 2 ຂອງ​ຍູ​ໂກສລາ​ເວ​ີຍ ​ເກົ່າ ທີ່​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະພາບ​ເອີ​ລົບ. ກ່ອນ​ນະ​ນັ້ນ, Slovenia ​​ໄດ້ເຂົ້າ​ເປັນ​ສະມາຊິກ​ຂອງ EU ​ໃນ​ປີ 2004.

ຂ່າວ/ບົດ​ອື່ນ