ECB: ໄຟ​ເງິ​ນ​ເຟີ້ ເອີ​ຣົບ ອາດ​ຈະ​ຕ່ຳ​ກວ່າ 2% ໃນ​ປີ 2025

(VOVWORLD) - ທ່ານນາງ Christine Lagarde, ປະທານ ECB ເນັ້ນໜັກວ່າ ເອີຣົບ ຕັດສິນໃຈນຳອັດຕາໄພເງິນເຟີ້ໃຫ້ຢູ່ໃນລະດັບຕ່ຳກວ່າ 2%.
ECB: ໄຟ​ເງິ​ນ​ເຟີ້ ເອີ​ຣົບ ອາດ​ຈະ​ຕ່ຳ​ກວ່າ 2% ໃນ​ປີ 2025 - ảnh 1ທ່ານນາງ Christine Lagarde, ປະທານ ECB (ພາບ: Bloomberg)

ປະທານທະນາຄານສູນກາງເອີຣົບ (ECB) ເຊື່ອໝັ້ນວ່າ ອາດສາມາດນຳໄພເງິນເຟີ້ຫຼຸດລົງຕ່ຳກວ່າ 2% ໃນປີ 2025. ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມ Kathimerini ຂອງ ເກຼັກ, ທ່ານນາງ Christine Lagarde, ປະທານ ECB ເນັ້ນໜັກວ່າ ເອີຣົບ ຕັດສິນໃຈນຳອັດຕາໄພເງິນເຟີ້ໃຫ້ຢູ່ໃນລະດັບຕ່ຳກວ່າ 2%. ຕາມການຄາດຄະເນໃນປັດຈຸບັນ, ເອີຣົບ ຈະບັນລຸໄດ້ເປົ້າໝາຍນີ້ໃນປີ 2025.

ທ່ານນາງ ໄດ້ແບ່ງປັນວ່າ ທ່ານບໍ່ເປັນຫ່ວງຕໍ່ບັນດາຄວາມມານະພະຍາຍາມຂອງທະນາຄານຈະຖືກຜົນກະທົບຈາກບັນດາປັດໄຈການເມືອງ. ທ່ານນາງ ຢັ້ງຢືນໜ້າທີ່ຂອງ ECB ແມ່ນຮັບປະກັນໃຫ້ລາຄາເປັນປົກກະຕິ, ແລະ ນັ້ນແມ່ນວິທີປະກອບສ່ວນດີທີ່ສຸດແກ່ສັນຕິພາບ, ສະຖຽນລະພາບສັງຄົມ, ພິເສດແມ່ນສຳລັບບັນດາປະເທດສະມາຊິກທີ່ມີຄວາມສ່ຽງສູງກວ່າເພິ່ນ.

ECB ໄດ້ຢຸດຕິຊົ່ວຄາວບັ້ນເພີ່ມອັດຕາດອກເບ້ຍ ແບບບໍ່ເຄີຍມີມາກ່ອນ ເພື່ອຄວບຄຸມໄພເງິນເຟີ້.


 

ຕອບກັບ

ຂ່າວ/ບົດ​ອື່ນ