ECBຮັກສາລະດັບເງິນໜູນຊ່ວຍການຊຳລະໃຫ້ແກ່ເກຼັກ

ECBຮັກສາລະດັບເງິນໜູນຊ່ວຍການຊຳລະໃຫ້ແກ່ເກຼັກ - ảnh 1
ພາບ​ປະ​ກອບ

(vovworld) - ​ວັນ​ທີ 13/7, ທະ​ນາ​ຄານ​ສູນ​ກາງ ເອີ​ລົບ (ECB) ຕົກ​ລົງ​ຮັກ​ສາ​​ລະ​ດັບສິນ​ເຊື່ອ​ໃນ​ຂອບ​ເຂດ​ໂຄງ​ການ​ໜູນ​ຊ່ວຍ​ການ​ຊຳ​ລະ​ດ່ວນ (ELA) ໃຫ້​ບັນ​ດາ​ທະ​ນາ​ຄານ​ຂອງ ເກຼັກ ​ໃນ​ລະ​ດັບ 89 ຕື້ ເອີ​ໂຣ (ເທົ່າ​ກັບ 99 ຕື້ USD). ຕາມນັ້ນ​ແລ້ວ, ທະ​ນາ​ຄານນີ້​ຈະ​ບໍ່​ຍົກ​ລະ​ດັບ​ເພ​ດານໜູ​ນ​ຊ່ວຍ​ສິນ​ເຊື່ອ​ຊ​ຳ​ລະ​ໃຫ້​ບັນ​ດາ​ທະ​ນາ​ຄານ ເກຼັກ, ເຖິງວ່າ​ກ່ອນນັ້ນ, ລັດ​ຖະ​ບານ ​ເກຼັກ ຫວັງ​ວ່າ​ລະ​ດັບ ELA ອາດ​ຈະ​ໄດ້​ຮັບ​ການ​ຍົກ​​ຂຶ້ນຕື່ມ​ອີກ 2 ຕື້ເອີ​ໂຣ ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ທະ​ນາ​ຄານ​ຂອງ​ປະ​ເທດນີ້. ດັ່ງ​ນັ້ນ, ດ້ວຍ​ຂໍ້​ຕົກ​ລົງ​ຂອງ ECB, ເກຼັກ ອາດ​ຈະຕ້ອງ​ຮັດ​ແໜ້ນ​ມາດ​ຕະ​ການ​ຄວບ​ຄຸມ​ການ​ໃຊ້​ຈ່າຍ​ແຫຼ່ງ​​ເງິນທີ່​ໄດ້​ນຳ​ໃຊ້​​ແຕ່​ທ້າຍ​ເດືອນ 6 ຢູ່​ປະ​ເທດນີ້, ຄື: ​ກີດ​ຂວາງ​ການ​ສົ່ງ​ເງິນ​ອອກ​ຕ່າງ​ປະ​ເທດ ແລະ ພຽງ​​ແຕ່ອະ​ນຸ​ຍາດ​ໃຫ້​ຖອນ​ເງິນ 60 ເອ​ໂຣ/ຄົນ/ວັນ​ຢູ່​ຕູ້ ATM ເທົ່າ​ນັ້ນ.


ຂ່າວ/ບົດ​ອື່ນ