EU ຍັງມີຄວາມບໍ່ລົງລອຍກັນກ່ຽວກັບ ການຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດໃຫ້ແກ່ຝ່າຍຄ້ານຊີຣີ

EU ຍັງມີຄວາມບໍ່ລົງລອຍກັນກ່ຽວກັບ ການຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດໃຫ້ແກ່ຝ່າຍຄ້ານຊີຣີ - ảnh 1
(ພາບປະກອບ)
(vovworld) -  ​ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ​ສະມາ​ຊິກສະຫະພາບ​ເອີ​ລົບ (EU) ​​ເຂົ້າ​ຮ່ວມກອງ​ປະຊຸມ​ຢູ່​ແບນ​ຊິກ ​​ເມື່ອ​ວັນ​ທີ 27/05, ​ໄດ້ບັນ​ລຸການ​ປະ​ນິປະນອມ​​ເພື່ອຕໍ່​ກຳລັງ​ແຮງ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ທີ່ນຳ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່​ຊີຣີ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ຢູ່​ສະ​ວິດ ​ໃນ​ເດືອນ 6 ຈະ​ມາ​ເຖິງ. ​ແຕ່​ວ່າ, ບັນດາ​ປະ​ເທດ EU ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບການຍົກ​​ເລີກຄຳ​ສັ່ງຂວ້ຳບາດດ້ານອາວຸດ​ໃຫ້​ແກ່​ກຳລັງຝ່າຍ​ຄ້ານຢູ່​ຊີຣີ ​ເມື່ອ​ຄຳ​ສັ່ງ​ຂວ້ຳ​ບາດ​ຈະ​ໝົດ​ພົນ​ສັກ​ສິດ​ໃນ​ທ້າ​ຍອາທິດ​ນີ້. ອັງ​ກິດ, ຝລັ່ງ, ອີ​ຕາ​ລີ ​ແລະ ​ແອດ​ສປາຍ ພວມ​ຂົນຂວາຍ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ປັບປຸງຄຳ​ສັ່ງຂວ້ຳບາດດ້ານອາວຸດທີ່​ພວມ​ປະຕິບັດ ​ເພື່ອ​ຍູ້​ດູ​ນການ​ທະຫານຫງ່ຽງ​ໃສ່​ຝ່າຍ​ຕ້ານ​ອຳນາດ​ການ​ປົກຄອງຂອງ​ທ່ານ​ປະທານາທິບໍດີ Bashar Al Assaf ນີ້,​ ​ແຕ່ຫ​ລາຍ​ປະ​ເທດສະມາຊິກ​ຂອງ EU ​ໄດ້​ຄັດຄ້ານ​ຢ່າງຮຸນ​ແຮງ. ກ່ຽວ​ຂອງ​ເຖິງ​ກອງ​ປະຊຸມ​ທີ່​ຈະ​ມາ​ເຖິງ​ຢູ່​ສະ​ວິດ. ວັນ​ທີ 26/05 ກຳລັງ​ຝ່າຍ​ຄ້ານ​ຊີຣີຈະ​ຈັດ​ກອງ​ປະຊຸມ​ຢູ່​ຕວກກີ ​ເຊິ່ງໃຫ້​ຮູ້​ວ່າ ກຳລັງ​ນີ້​ເຫັນ​ດີກັບ​ຫຼັກ​ໝັ້ນ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ເຊິ່ງ​ຖືກຈັດ​ຂຶ້ນຕາມ​ຂໍ້​ລິ​ເລີ່​ມຂອງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ກຳລັງ​ນີ້ກໍ​ເນັ້ນ​ໜັກ​ວ່າບໍ່​ວ່າ​​ກໍລະນີ​ໃດໆ, ທ່ານ​ປະທານ​ນາ​ທິບໍດີ Assad ຕ້ອງ​ປະລະ​ສິດອຳນາດ.
ຂ່າວ/ບົດ​ອື່ນ