EU ປະກາດແຜນການຊ່ວຍຜັນຂະຫຍາຍກຳລັງພົນທະຫານໃນພາກພື້ນຢ່າງວ່ອງໄວ

(VOVWORLD) - ວັນທີ 28 ມີນາ, ສະຫະພາບ ເອີຣົບ (ອີຢູ) ໄດ້ປະກາດແຜນການເພື່ອແນໃສ່ຊ່ວຍພົນທະຫານ ແລະ ເຄື່ອງປະກອບດ້ານການທະຫານສາມາດຜັນຂະຫຍາຍຢ່າງວ່ອງໄວໃນທົ່ວພາກພື້ນ ເອີຣົບ.
EU ປະກາດແຜນການຊ່ວຍຜັນຂະຫຍາຍກຳລັງພົນທະຫານໃນພາກພື້ນຢ່າງວ່ອງໄວ - ảnh 1 ທ່ານນາງ Federica Mogherini (ພາບ: AFP/TTXVN)

ຕາມຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ອີຢູ ທ່ານນາງ Federica Mogherini ແລ້ວ ດ້ວຍເລື່ອງເຄື່ອນຍ້າຍການທະຫານຢ່າງສະດວກສະບາຍໃນກຸ່ມຕາມ “ແຜນການດຳເນີນງານຜັນຂະຫຍາຍການທະຫານ” ດັ່ງກ່າວ, ອີຢູ ສາມາດສະກັດກັ້ນບັນດາວິກິດການກໍ່ຄືຜັນຂະຫຍາຍບັນດາພາລະກຳຂອງກຸ່ມຢ່າງມີປະສິດທິຜົນກ່ວາ ແລະ ຮັບມືຢ່າງວ່ອງໄວກ່ວາໃນຂະນະມີສິ່ງທ້າທາຍເກີດຂຶ້ນ. ແຜນການດັ່ງກ່າວ ຈະໄດ້ຍືນສະເໜີຕໍ່ລັດຖະບານບັນດາປະເທດສະມາຊິກ ອີຢູ ແລະ ລັດຖະສະພາ ອີຢູ ເພື່ອປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ