EU ສືບຕໍ່ສະໜັບສະໜູນຂໍ້ຕົກລົງນິວເຄຼຍກັບອີຣານ

(VOVWORLD) -ສະຫະພາບເອີລົບ (EU) ບໍ່ມີການປ່ຽນແປງໃນການສະໜັບສະໜູນຂໍ້ຕົກລົງນິວເຄຼຍກັບອີຣານ ຫຼື ເອີ້ນວ່າ ແຜນການກະທຳລວມຮອບດ້ານ (JCPOA), ຍ້ອນນັ້ນແມ່ນຂໍ້ຕົກລົງທີ່ດີ ແລະ ພວມເຄື່ອນໄຫວ.

EU ສືບຕໍ່ສະໜັບສະໜູນຂໍ້ຕົກລົງນິວເຄຼຍກັບອີຣານ - ảnh 1

ທ່ານນາງ Nathalie Tocci 

(ພາບ: yeniakit.com.tr)

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານອີຣານ Tasnim ໃນວັນທີ 11 ສິງຫາ, ທ່ານນາງ Nathalie Tocci, ຜູ້ຊ່ວຍວຽກຂັ້ນສູງຜູ້ຮັບຜິດຊອບຄວາມໝັ້ນຄົງ ແລະ ນະໂຍບາຍການຕ່າງປະເທດ EU Federica Mogherini ໃຫ້ຮູ້ວ່າ, JCPOA ແມ່ນຂໍ້ຕົກລົງຫຼາຍຝ່າຍ ຜ່ານເສັ້ນທາງການທູດ, ເຄົາລົບກົດໝາຍສາກົນ, ເໝາະສົມກັບບັນດາຫຼັກການພື້ນຖານໃນນະໂຍບາຍການຕ່າງປະເທດຂອງ EU ແລະ ກໍ່ແມ່ນວິທີໜຶ່ງດຽວທີ່ນຳມາເຊິ່ງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ກ່ຽວຂ້ອງເຖິງເລື່ອງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ, ທ່ານນາງ Tocci ຖືວ່າ, ການກະທຳດັ່ງກ່າວແມ່ນການລະເມີດຂໍ້ຕົກລົງສາກົນທີ່ໄດ້ຮັບຮອງເອົາຜ່ານມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານນາງ Tocci ເນັ້ນໜັກວ່າ, ມາຮອດປະຈຸບັນ ອີຣານ ຍັງປະຕິບັດບັນດາຂໍ້ມາດຕາຂອງ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ