Eu ​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ການ​ຕົກ​ລົງ​ຂອງ ອ​ີ​ຣານ ​ທີ່ກ່ຽວ​ຂ້ອງ​ເຖິງ​ຂ​ໍ້​ຕົກ​ລົງ ນິວ​ເຄຼຍ

(VOVWORLD) -ວັນທີ 6 ມັງກອນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບ ເອີລົບ (EU) ຮັບຜິດຊອບດ້ານຄວາມໝັ້ນຄົງ ແລະ ນະໂຍບາຍການຕ່າງປະເທດ ໄດ້ສະແດງຄວາມເສຍດາຍຕໍ່ຄຳຖະແຫຼງຫຼ້າສຸດຂອງ ອີຣານ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງທີ່ໄດ້ຮັບການລົງນາມກັບກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳການສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ), ຫຼືມີຊື່ ວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). 
Eu ​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ການ​ຕົກ​ລົງ​ຂອງ ອ​ີ​ຣານ ​ທີ່ກ່ຽວ​ຂ້ອງ​ເຖິງ​ຂ​ໍ້​ຕົກ​ລົງ ນິວ​ເຄຼຍ - ảnh 1 ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບ ເອີລົບ (EU) (ພາບ: AFP/TTXVN)

ທ່ານ Borrell ເນັ້ນໜັກວ່າ ເລື່ອງບັນດາຝ່າຍທັງໝົດ ປະຕິບັດຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນແມ່ນສິ່ງທີ່ສຳຄັນກ່ວາເວລາໃດໝົດ ເພື່ອຄວາມສະຖຽນລະພາບໃນພາກພື້ນ ແລະ ຄວາມໝັ້ນຄົງໃນທົ່ວໂລກ, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ພ້ອມກັບທຸກໆຝ່າຍທີ່ກ່ຽວຂ້ອງຊຸກຍູ້ສິ່ງນີ້ິ້.

        ແລະກໍ່ໃນວັນດຽວກັນ, ໂຄສົກຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຮູ້ວ່າ ລັດຖະບານອັງກິດມີຄວາມວິຕົກກັງວົນທີ່ສຸດຕໍ່ເລື່ອງອີຣານຖະແຫຼງຈະຍົກເລີກບັນດາຂໍ້ຈຳກັດກ່ຽວກັບການເສີມທາດ ຢູລານີ ແລະ ປັດຈຸບັນ, ອັງກິດ ພວມປຶກສາຫາລືກັບບັນດາຝ່າຍກ່ຽວກັບບາດກ້າວຕໍ່ໄປຢ່າງຮີບດ່ວນ. ສ່ວນຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ, ໂຄສົກທ່ານນີ້ໃຫ້ຮູ້ວ່າ ປັດຈຸບັນມີສົນທິສັນຍາ ສາກົນຫຼາຍສະບັບທີ່ແນໃສ່ສະກັດກັ້ນການທຳລາຍມໍລະດົກ ວັດທະນະທຳ ຫຼັງຈາກທີ່ທ່ານ ປະທານາທິບໍດີ ອາເມລິກາ ນາບຂູ່ບຸກໂຈມຕີ  ສະຖານທີ່52ແຫ່ງຢູ່ ອີຣານ, ລວມມີຫຼາຍເປົ້າໝາຍທີ່ແມ່ນບັນດາມໍລະດົກວັດທະນະທຳຂອງ ອີຣານ, ຖ້າຫາກວ່າ ເຕເຮຣານບຸກໂຈມຕີພົນລະເມືອງ ຫຼື ຊັບສິນຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ