EU ຮັບຮອງເອົາບັນດາ ມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ

EU ຮັບຮອງເອົາບັນດາ ມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ - ảnh 1
(ພາບປະກອບ)

(vovworld) – ທີ່​ການ​ປະຊຸມວິສາມັນ​ຂອງ​ເອກ​ອັກຄະ​ລັດຖະທູດ 28 ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (EU) ​ໂດຍ​ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​​ຮຽກໂຮມ ດຳ​ເນີນ​ໄປ​ໃນ​ທ້າຍ​ວັນ​ທີ 08/09, EU ​ເຫັນ​ດີ​ເພີ່ມ​ບັນດາ​ມາດ​ຕະການ​ລົງ​ໂທດ​ແນ​ໃສ່​ລັດ​ເຊຍ ທີ່​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່​ຢູ​ແກຼ​ນ. ​ແຕ່​ວ່າ, ບັນດາ​ມາດ​ຕະການ​ດັ່ງກ່າວ​ຍັງ​ບໍ່​ທັນ​ມີ​ຜົນ​ບັງຄັບ​ໃຊ້ ​ແລະ EU ຖະ​ແຫຼ​ງວ່າ​ພ້ອມ​ແລ້ວ​ຈະ​ພິຈາລະນາ​ຄືນ ຖ້າ​ຫາກ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຢູ​ແກຼນ ຕາ​ເວັນ​ອອກ ​ໄດ້​ແກ່ຍາວ ຫຼື ບັນດາ​ຝ່າ​ຍດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ຂໍ້​ຕົກລົງ​ສັນຕິພາບ. ທ່ານ​ປະທານ Herman Van Rompuy ຢືນຢັນ​ວ່າ ​ໂດຍ​ອີງ​ໃສ່ການ​ຜັນ​ແປ່​ຂອງ​ສະພາບ​ການ, EU ພ້ອມ​ແລ້ວ​ຈະ​ພິຈາລະນາ​ຄືນ​ສ່ວນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ດັ່ງກ່າວ.

ຂ່າວ/ບົດ​ອື່ນ