EU ຮຽກ​ຮ້ອງ​ໃຫ້ ຕາ​ລ​ີ​ບານ ຕອບ​ສ​ະ​ໜອງ​ບັນ​ດາ​ເງື່ອນ​ໄຂ ເພື່ອ​ປະ​ຊາ​ຄົມ​ສາ​ກົນ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ປະ​ເທດ​ນີ້

(VOVWORLD) -ໃນບົດຂຽນທີ່ໄດ້ລົງໃນ Blog ສ່ວນຕົວ, ທ່ານ Josep Borrell ຖືວ່າ ອາບການິດສະຖານ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງເກີດໄພພິບັດດ້ານມະນຸດສະທຳຢ່າງຮ້າຍແຮງ ແລະ ເພື່ອຫຼີກລ້ຽງກໍລະນີທີ່ຮ້າຍແຮງທີ່ສຸດ, ຕາລີບານຕ້ອງຕອບສະໜອງບັນດາເງື່ອນໄຂເພື່ອສາມາດຮັບການໜູນຊ່ວຍຈາກປະຊາຄົມສາກົນຕື່ມອີກ.
EU ຮຽກ​ຮ້ອງ​ໃຫ້ ຕາ​ລ​ີ​ບານ ຕອບ​ສ​ະ​ໜອງ​ບັນ​ດາ​ເງື່ອນ​ໄຂ ເພື່ອ​ປະ​ຊາ​ຄົມ​ສາ​ກົນ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ປະ​ເທດ​ນີ້ - ảnh 1ທ່ານJosep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ສະຫະພັນເອີລົບ (EU) (ພາບ: AFP/TTXVN)

ວັນທີ 3 ຕຸລາ, ທ່ານJosep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ສະຫະພັນເອີລົບ (EU) ໄດ້ກ່າວເຕືອນວ່າ ບັນດາລະບົບເສດຖະກິດ ແລະ ສັງຄົມ ຢູ່ອາບການິດສະຖານ ພວມຍືນຢູ່ຕໍ່ໜ້າຄວາມສ່ຽງຖືກພັງທະລາຍ. ທ່ານ Josep Borrell ໄດ້ຮຽກຮ້ອງໃຫ້ ຕາລີບານ ຕອບສະໜອງບັນດາເງື່ອນໄຂເພື່ອ ປະຊາຄົມສາກົນ ໜູນຊ່ວຍປະຊາຊົນປະເທດນີ້.

 ໃນບົດຂຽນທີ່ໄດ້ລົງໃນ Blog ສ່ວນຕົວ, ທ່ານ Josep Borrell ຖືວ່າ ອາບການິດສະຖານ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງເກີດໄພພິບັດດ້ານມະນຸດສະທຳຢ່າງຮ້າຍແຮງ ແລະ ເພື່ອຫຼີກລ້ຽງກໍລະນີທີ່ຮ້າຍແຮງທີ່ສຸດ, ຕາລີບານຕ້ອງຕອບສະໜອງບັນດາເງື່ອນໄຂເພື່ອສາມາດຮັບການໜູນຊ່ວຍຈາກປະຊາຄົມສາກົນຕື່ມອີກ. ທ່ານກ່າວເຕືອນວ່າ ການພັງທະລາຍ ຂອງພື້ນຖານເສດຖະກິດ - ສັງຄົມຂອງ ອາບການິດສະຖານ ຈະເປັນອັນຕະລາຍຕໍ່ປະຊາຊົນປະເທດນີ້ ກໍ່ຄືຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ