EU ເຊັນອະນຸມັດຮັບຮອງເອົາການສ້າງຕັ້ງກຳລັງແຊກແຊງການທະຫານເອີລົບ

(VOVWORLD) - ກຳລັງເອີລົບ ນີ້ໄດ້ຮັບການສ້າງຕັ້ງເພື່ອແນໃສ່ຜັນຂະຫຍາຍ ແລະ ສົມທົບບັນດາກຳລັງການທະຫານ ເພື່ອຮັບມືກັບບັນດາວິກິດການເກີດຂຶ້ນໃນໂລກຢ່າງໄວວາ.

ຂໍ້ລິເລີ່ມສ້າງຕັ້ງກຳລັງແຊກແຊງດ້ານການທະຫານເອີລົບ ຂອງ ອັງກິດ ໄດ້ຮັບການເຊັນອະນຸມັດຜ່ານຈາກ 9 ປະເທດສະມາຊິກສະຫະພາບເອີລົບ (EU) ໃນກອງປະຊຸມບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງຢູ່ ບຣຸກແຊນ ໃນວັນທີ 25 ມິຖຸນາ.

        ກຳລັງເອີລົບ ນີ້ໄດ້ຮັບການສ້າງຕັ້ງເພື່ອແນໃສ່ຜັນຂະຫຍາຍ ແລະ ສົມທົບບັນດາກຳລັງການທະຫານ ເພື່ອຮັບມືກັບບັນດາວິກິດການເກີດຂຶ້ນໃນໂລກຢ່າງໄວວາ. ຂໍ້ລິເລີ່ມນີ້ເພື່ອແນໃສ່ຍົກອອກບັນດາແຜນການໜູນຊ່ວຍຮ່ວມສຳລັບບັນດາເຫດການເກີດຂຶ້ນໃນໂລກຄືບັນດາໄພພິບັດທຳມະຊາດ, ການແຊກແຊງວິກິດການ ຫຼື ຍົກຍ້າຍປະຊາຊົນຢູ່ບັນດາເຂດເກີດສົງຄາມທີ່ເຄັ່ງຮ້ອນໃນໂລກ. ອົງການນີ້ຈະໂດຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ນຳໜ້າດ້ວຍການຈົດທະບຽນເຂົ້າຮ່ວມຂອງບັນດາປະເທດ ຝລັ່ງ, ເຢຍລະມັນ, ແບນຊິກ, ອັງກິດ, ແດນມາກ, ໂຮນລັງ, ແອັດໂຕນີ ແລະ ປອກຕູຍການ. ປະຈຸບັນ, ອີຕາລີ ຍັງບໍ່ທັນເຂົ້າຮ່ວມ ແຕ່ກໍ່ຍັງບໍ່ທັນອອກສຽງອາດຈະເຂົ້າຮ່ວມອົງການນີ້ໃນອະນາຄົດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ