EU ເຫັນດີຕໍ່ກຳນົດ ເວລາຈ່າຍງົບປະມານໃຫ້ອັງກິດ

EU ເຫັນດີຕໍ່ກຳນົດ ເວລາຈ່າຍງົບປະມານໃຫ້ອັງກິດ  - ảnh 1
(ພາບປະກອບ)

(vovworld) – ທີ່​ກອງປະຊຸມຢູ່ບຣຸດ​ແຊນ, ​ໃນ​ວັນ​ທີ 07/11, ບັນດາ​ລັດຖະມົນຕີ​ການ​ເງິນ​ສະຫະພາບ​ເອີ​ລົບ (EU) ​ໄດ້​ເຫັນ​ດີ​ຕໍ່​ຄຳ​ສະ​ເໜີ ​ຕໍ່​ກຳນົດ​ເວລາຈ່າຍ​ງົບປະມານ​ໃຫ້​ອັງກິດ ທີ່​ມີ​ມູນ​ຄ່າ 2,6 ຕື້ USD ​ໃຫ້​ກຸ່ມ​ນີ້ຮອດ​ເດືອນ 09/2015 ​ແທນ​ທີ່​ໃນ​ວັນ​ທີ 01/12/2014 ຄື​​ໄດ້​ກຳນົດກ່ອນ​ນັ້ນ, ພ້ອມ​ທັງ​ອະນຸດ​ຍາດ​ຈ່າຍ​ງົບປະມານ​ເປັນ 2 ຄັ້ງ. ທ່ານ​ລັດຖະມົນຕີ​ການ​ເງິນອັງກິດ George Osborn ກ່າວ​ຄຳ​ເຫັນ​ພາຍ​ຫຼັງກອງ​ປະຊຸມ​ຂອງ​ສະພາ EU ​​ໂດຍຖື​ວ່າ, ນີ້​ແມ່ນ​ໄຊຊະນະ​ຂອງ​ອັງກິດ. ນັບ​ແຕ່​ນີ້, ຮອດ​ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​ໃນ​ເດືອນ 05/2015, ລອນ​ດອນ ພຽງ​ຈ່າຍ​ປະມານ 1 ຕື້ USD ​​ເຂົ້າ​ງົບ​ປະທານ EU ​ແລະ ມີ​ເວລາ 4 ​ເດືອນ ​ເພື່ອ​ຈ່າຍ​ໃຫ້​ໝົດ​. ນອກຈາກ​ນັ້ນ, ທ່ານ Osborn ກໍ່​ເນັ້ນ​ໜັກ​ຈຸດປະສົງ EU ຮຽກຮ້ອງ​ຈ່າຍ​ງົບປະມານ​ເພີ່ມ​ເຕີມ​ດັ່ງກ່າວ ຈະ​ໄດ້​ຮັບ​ການ​ກວດກາ ​ແລະ ຖ​້າຫາກ​ຈຸດປະສົງ​ນັ້ນ​ບໍ່​ໄດ້​ຮັບ​ການ​ຢັ້ງຢືນ, ຜູ້​ເສຍ​ພາສີ​ອັງກິດ ມີ​ສິດທ້ວງ​ເອົາ​ເງິນ​ຄືນ. ທ່ານ Osborn ຕີ​ລາຄາ​ວ່າແມ່ນ​ບາດກ້າວ​ເພື່ອ​ປ່ຽນ​ແປງ​ຂໍ້​ກຳນົດ​ຂອງ​ອົງການ​ທີ່​ມີ 28 ປະ​ເທດ​ສະມາຊິກ​ກ່ຽວ​ກັບ​ບັນຫາ​ຈ່າຍ​ງົບປະມານ.

ຂ່າວ/ບົດ​ອື່ນ