EU ແລະ ໂມນ​ດາ​ວີ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ພົວ​ພັນ​ຄູ່​ຮ່ວມ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ

(VOVWORLD) - ວັນທີ 21 ພຶດສະພາ, ທ່ານ Josep Borrel ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີຣົບ (EU) ກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບ ໂມນດາວີ. ນີ້ແມ່ນປະເທດທຳອິດທີ່ບັນລຸໄດ້ຂໍ້ຕົກລົງດັ່ງກ່າວກັບ EU.
EU  ແລະ ໂມນ​ດາ​ວີ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ພົວ​ພັນ​ຄູ່​ຮ່ວມ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ - ảnh 1ທ່ານ Josep Borrel ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີຣົບ (EU) ກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບ ໂມນດາວີ (ພາບ: TTXVN)

ຕາມທ່ານ Josep Borrell  ແລ້ວ, ການພົວພັນຄູ່ຮ່ວມມືນີ້ ຈະຍົກສູງຄວາມສາມາດຟື້ນຟູຂອງ ໂມນດາວີ, ອະນຸຍາດໃຫ້ບັນດາຝ່າຍພ້ອມກັນແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ, ຊຸກຍູ້ການຮ່ວມມືໃຫ້ມີປະສິດທິຜົນກວ່າ ແລະ ຄົ້ນຫາບັນດາຂົງເຂດຮ່ວມມືໃໝ່.

ສ່ວນທ່ານນາຍົກລັດຖະມົນຕີ ໂມນດາວີ Dorin Recean ຖືວ່າ ເລື່ອງປະເທດນີິ້ເຂົ້າເປັນສະມາຊິກ EU ຈະເປັນກົນໄກທີ່ດີທີ່ສຸດເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ປະຊາຊົນ ໂມນດາວີ.

ຕອບກັບ

ຂ່າວ/ບົດ​ອື່ນ