EUຮັບຮອງເອົາບ້ວງເງິນກູ້ຊ່ວຍດ່ວນ7,8ຕື້USDໃຫ້ເກຼັກ

EUຮັບຮອງເອົາບ້ວງເງິນກູ້ຊ່ວຍດ່ວນ7,8ຕື້USDໃຫ້ເກຼັກ - ảnh 1
ປະ​ຊາ​ຊົນ ເກຼັກ​ຖອນ​ເງິນ​ຢູ່​ຕູ້ ATM
(ພາບ: thethaovanhoa.vn)

(vovworld) – ວັນ​ທີ 17/7, ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ໄດ້​ຮັບ​ຮອງ​ເອົາ​ບ້ວງ​ເງິນ​ກູ້​ຊ່ວຍ​ໄລ​ຍະ​ສັ້ນ​ທີ່ມ​ີ​ມູນ​ຄ່າ 7,8 ຕື້ USD ເພື່ອ​ຊ່ວຍ​ໃຫ້​ປະ​ເທດນີ້​ຊຳ​ລະບ້ວງ​ໜີ້​​ກ​້ອນໃຫຍ່​ໃຫ້​ແກ່​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ​ໃນ​ຕົ້ນ​ອາ​ທິດ​ໜ້າ. ໃນ​ຂະ​ນະ​ນັ້ນ, ບ້ວງ​​ເງິນກູ້​ຊ່ວຍ​ທີ 3 ໃຫ້​ແກ່ເກຼັກ​ ພວມ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ຢູ່. ຄາດ​ວ່າ, ບ້ວງ​​ເງິນກູ້​ຢືມ​ທີ່​ມີ​ມູນ​ຄ່າ 7,8 ຕື້ USD ນີ້​ຈະ​ຊ່ວຍ​ໃຫ​້ ເກຼັກ​ຊຳ​ລະ​ບ້ວງ​ໜີ້​ມີ​ມ​ູນ​ຄ່າ 4,2 ຕື້ ເອີ​ໂຣ ໃຫ້​ທະ​ນາ​ຄານ​ສູນ​ກາງ ເອີ​ລົບ (ECB) ​ເຊິ່ງຈະ​ໝົດ​ກຳ​ນົດ​ເວ​ລາ​ໃນ​ວັນ​ທີ 20/7, ພ້ອມ​ທັງ​ຊ່ວຍ​ໃຫ້ ອາ​ແທນ ແກ້​ໄຂ​ສ່ວນ​ໜຶ່ງ​ເລື່ອງຊຳ​ລະ​​ຊັກ​ຊ້າບ້ວງ​ເງິນ 2 ຕື້ ເອີ​ໂຣ​​ຊຶ່ງ​ແມ່ນ​ເງິນ​ຕິດ​ໜີ້​ໃຫ້​ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF). ເຖິງ​ຢ່າງ​ໃດ​ກໍ​ຕາມ, ບ້ວງ​ກູ້​ຊ່ວຍ​ດັ່ງ​ກ່າວ​ຈະ​ບໍ່​ໄດ້​ຮັບ​ການ​ນຳ​ໃຊ້​ເພື່ອ​ຊຳ​ລະ​ບ້ວງ​ໜີ້​ຕໍ່​ໄປ​ໃຫ້ ECB ເຊິ່ງ​ຮອດ​ເວ​ລາ​ຊຳ​ລະ​ໃນ​ວັນ​ທີ 20/8 ແລະ ດັ່ງ​ນັ້ນ, ເກຼັກ​ຈະ​ມີ​ເວ​ລາ​ພຽງ​ໜຶ່ງ​ເດືອນ​ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜີ້​ກ່ຽວ​ກັບ​ບັນ​ດາ​ຂໍ້​ມາດ​ຕາ​ໃນ​ບ້ວງ​ເງິນ​ກູ້​ຊ່ວຍ​ໃໝ່​ທີ່​ແກ່​ຍາວ​ເປັນ​ເວ​ລາ 3 ປີ, ມີ​ຍອດ​ມູນ​ຄ່າ 86 ຕື້ ເອີ​ໂຣ​ເຊີ່ງ Eurozone ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ໃນຫຼັກ​ກ​ານ​ທີ່​ກອງ​ປະ​ຊຸມ​ສຸດຍອດ​ເມື່ອ​ຕົ້ນ​ອາ​ທິດ.


ຂ່າວ/ບົດ​ອື່ນ