EUແລະອາເມລິກາຮັບຮອງເອົາຂອບເຂດນິຕິທຳກ່ຽວກັບເລື່ອງໃຫ້ຍົກເລີກບັນດາຄຳສັ່ງລົງໂທດອີຣານ

EUແລະອາເມລິກາຮັບຮອງເອົາຂອບເຂດນິຕິທຳກ່ຽວກັບເລື່ອງໃຫ້ຍົກເລີກບັນດາຄຳສັ່ງລົງໂທດອີຣານ - ảnh 1
ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບປະກອບ: CNN)


(vovworld) – ວັນ​ທີ 18/10, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ລົງ​ນາມ​ໃນ​ລັດຖະດຳ​ລັດ ອອກ​ຄຳ​ສັ່ງ​ໃຫ້​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ John Kerry ​ແລະ ລັດຖະມົນຕີ​ການ​ເງິນ​ອາ​ເມ​ລິ​ກາ ກະກຽມຍົກ​​ເລີກການ​ນຳ​ໃຊ້​ບາງ​ມາດ​ຕະການ​ລົງ​ໂທດ​ສຳລັບ​ອີຣານ. ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ​ເລື່ອງຍົກ​​ເລີກ​ການ​ນຳ​ໃຊ້ບັນ​ດາ​ມາດ​ຕະການ​ລົງ​ໂທດ ​ແມ່ນ​ບາດກ້າວ​ທີ່​ມີ​ລັກສະນະ​ລະບຽບ​ການ, ບົນພື້ນຖານຂັ້ນ​ຕອນ​ຂອງ​ຂໍ້​ຕົກລົງ, ຫາກ​ບໍ່​ແມ່ນ​ຍ້ອນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອີຣານ, ສະ​ນັ້ນ, ມັນ​ພຽງ​ແຕ່ມີ​ຜົນ​ສັກສິດ​ເມື່ອ​ອົງການ​ພະລັງງານປະລະ​ມາ​ນູສາກົນ (IAEA) ຢັ້ງຢືນວ່າ ອີຣານ ​ໄດ​້ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສະກັດ​ກັ້ນ​ໂຄງການ​ນິວ​ເຄຼຍ ​ເທົ່າ​ນັ້ນ.

      ຫຼັງ​ຈາກ​ນັ້ນ, EU ກໍ​ຮັບຮອງ​ເອົາ​ຂອບ​ເຂດ​ນິຕິ​ກຳໃຫ້​ເລື່ອງ​ຍົກ​ເລີກ​ບັນດາ​ມາດຕະການ​ລົງ​ໂທດ​ອີຣານ, ​ເຖິງ​ວ່າ​ຂໍ້​ຕົກລົງ​ນີ້​ຈະ​ມີ​ຜົນ​ສັກສິດ​ພາຍຫຼັງ ​ເຕ​ເຣຣານ ປະຕິບັດ​ບັນດາ​ຄຳ​ໝັ້ນສັນຍາ​ໃນ​ຂໍ້​ຕົກລົງ​ນິວ​ເຄຼຍປະຫວັດສາດ ທີ່​ບັນ​ລຸ​ໄດ້​ເມື່ອ​ເດືອນ 07 ຜ່ານ​ມາ.

ຂ່າວ/ບົດ​ອື່ນ