Festival ອາຊີບຫັດຖະກຳທີ່ເປັນມູນເຊື້ອເຫ້ວ 2019: ເຕົ້າໂຮມ “ສິ່ງຍອດຍິ່ງອາຊີບຫັດຖະກຳຫວຽດນາມ”

(VOVWORLD) -Festival ອາຊີບຫັດຖະກຳທີ່ເປັນມູນເຊື້ອເຫ້ວຄັ້ງທີ 8 ປີ 2019, ດ້ວຍຫົວຂໍ້ວ່າ “ສິ່ງຍອດຍິ່ງອາຊີບຫັດຖະກຳຫວຽດນາມ”.

ງານບຸນດັ່ງກ່າວຈະດຳເນີນໃນລະຫວ່າງວັນທີ 26 ເມສາ - 02 ພຶດສະພາ, ໂຄສະນາ ແລະ ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງບັນດາໝູ່ບ້ານອາຊີບ ແລະ ໝູ່ບ້ານອາຊີບຫັດຖະກຳທີ່ມີຊື່ສຽງຂອງເຫ້ວ ແລະ ບັນດາທ້ອງຖິ່ນຢູ່ພາຍໃນປະເທດຄື: ອາຊີບຕີຄຳ, ຕັດຫຍິບຊຸດເສື້ອຍາວ, ອາຊີບເຮັດເຄື່ອງເຄືອບດິນເຜົາ, ອາຫານການກິນ…  ພ້ອມກັບບາງໝູ່ບ້ານອາຊີບຂອງຍີ່ປຸ່ນ ແລະ ສ.ເກົາຫຼີ.

        ທີ່ງານ Festival ອາຊີບຫັດຖະກຳທີ່ເປັນມູນເຊື້ອເຫ້ວຄັ້ງນີ້, ໂດຍມີການເຂົ້າຮ່ວມຂອງ 17 ກອງນັກສິລະປີນປະການ ທີ່ມາຈາກ 11 ນະຄອນ, ອົງການຈັດຕັ້ງສາກົນເຂົ້າຮ່ວມ. ທ່ານ ຫງວຽນວັນແທ່ງ, ປະທານຄະນະກຳມະການປະຊາຊົນນະຄອນເຫ້ວ, ຫົວໜ້າຄະນະຈັດຕັ້ງງານ Festival ອາຊີບຫັດຖະກຳທີ່ເປັນມູນເຊື້ອເຫ້ວ, ໃຫ້ຮູ້ວ່າ.

        “ເຫ້ວ ໄດ້ມີການພົວພັນສາກົນກັບ 18 ນະຄອນ ຢູ່ 10 ປະເທດຄື: ຍີ່ປຸ່ນ, ສ.ເກົາຫຼີ, ຝລັ່ງ, ອາເມລິກາ, ບຣາຊິນ… ແລະ 10 ອົງການຈັດຕັ້ງສາກົນ. ໃນງານ Festival ຄັ້ງນີ້, ເພື່ອນມິດສາກົນມີໂອກາດແນະນຳບັນດາຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອຂອງຕົນ. ເປົ້າໝາຍຂອງພວກຂ້າພະເຈົ້າແມ່ນຫັນເຫດການດັ່ງກ່າວໃຫ້ເປັນຂອງສາກົນ, ເປັນບ່ອນພົບປະ, ເຕົ້າໂຮມ, ບໍ່ພຽງແຕ່ບັນດາໝູ່ບ້ານອາຊີບຂອງທົ່ວປະເທດເທົ່ານັ້ນ, ຫາກຍັງຂອງທັງສາກົນ ອີກດ້ວຍ. ງານ Festival ຄັ້ງນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາພົບປະແລກປ່ຽນ, ຮ່ຳຮຽນເອົາບົດຮຽນກັບບັນດາເພື່ອນມິດສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ