Festivalທະເລ2013:ການເຄື່ອນໄຫວຫລາຍຢ່າງມຸ່ງໄປເຖິງທະເລ,ໝູ່ເກາະ

Festivalທະເລ2013:ການເຄື່ອນໄຫວຫລາຍຢ່າງມຸ່ງໄປເຖິງທະເລ,ໝູ່ເກາະ - ảnh 1


(vovworld)-    Festival ທະ​ເລ ຍາ​ຈາງ 2013 ຈະຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 8/6. ກ່ອນມື້​ໄຂ​ Festivval, ຢູ່​ນະຄອນ ຍາ​ຈາງ​ແຂວງ ​ແຄງ​ຮ່ວາ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ​ຫລາຍ​ຢ່າງ​ມຸ່ງ​​ໄປ​ເຖິງ​ທະ​ເລ​ໝູ່​ເກາະ. ທ່ານ ​ເລື່ອງ​ເທ​ຮຸ່ງ, ປະທານ​ສະພາ​ບໍລິຫານ, ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ຫຸ້ນ​ສ່ວນ​ກາ​ເຟ ​ເມ​ຈາງ ​ໃຫ້​ຮູ້​ວ່າ:

        “ນອກຈາກ​ການ​ສ້າງ​ກອງ​ທຶນ ​ເຈື່ອງ​ຊາ ທີ່ Festival ຄັ້ງ​ນີ້​ແລ້ວ, ​ເພື່ອ​ສ້າງກອງ​ທຶນ​ທີ 2 ​ພວກ​ຂ້າພະ​ເຈົ້າ​ໄດ້​ຮຽກຮ້ອງ​ວິສາ​ຫະກິດ, ນັກທຸລະກິດ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ໄປ​ຢ້ຽມຢາມ ໝູ່​ເກາະ​ເຈື່ອງ​ຊາ ​ແລະ ສະຫນັບສະຫນູນ​ໃຫ້​ແກ່​ກອງ​ທຶນ ​ເຈື່ອງຊາ. ກອງ​ທຶນ​ທີ 3 ​ນັ້ນແມ່ນ​ ​ບໍລິສັດ​ໃຫຍ່ ​ເມ​ຈາງ ປຸກລະດົມ​ໃນ​ທົ່ວ​ປະ​ເທດ​ພ້ອມ​ກັບ​ເມ​ຈາງ​ມຸ່ງ​ໄປ​ເຖິງ​ໝູ່​ເກາະ ​ເຈື່ອງ​ຊາ ຜ່ານ​ບັນດາ​ຜະລິດ​ຕະພັນ ກາ​ເຟ.”

 

ຂ່າວ/ບົດ​ອື່ນ