Fitch Ratings ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບແງ່ຫວັງການເຕີບໂຕດ້ານເສດຖະກິດ ຂອງຫວຽດນາມ

(VOVWORLD) - Fitch Ratings ຄາດຄະເນວ່າ ຫວຽດນາມ ຈະບັນລຸລະດັບການເຕີບໂຕເຖິງ 7,4% ໃນປີ 2022 ແລະ 6,2% ໃນປີ 2023 ຍ້ອນການພັດທະນາໃນບັນດາຂົງເຂດອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການ
Fitch Ratings ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບແງ່ຫວັງການເຕີບໂຕດ້ານເສດຖະກິດ ຂອງຫວຽດນາມ - ảnh 1ທ່າກ່ຳປັ່ນ ກາດລາຍ, ນະຄອນ ໂຮ່ຈີມິນ (ພາບ:Danh Lam/TTXVN)

ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ Fitch Ratings ຫາກໍ່ຈັດ ຫວຽດນາມ ເຂົ້າຢູ່ໃນລະດັບແງ່ຫວັງຢ່າງຕັ້ງໜ້າລະດັບ BB. ໃນບົດໄຈແຍກທີ່ໄດ້ລົງນເວັບໄຊຂອງ Fitch Ratings, ການຈັດຕັ້ງນີ້ແມ່ນການຕີລາຄາແງ່ຫວັງເສດຖະກິດເຕີບໂຕແຮງ ຂອງຫວຽດນາມ ສ່ອງແສງຜ່ານແງ່ຫວັງການເຕີບໂຕແຮງ ໃນໄລຍະກາງ, ໜີ້ລັດຖະບານກວ່າເກົ່າ ເມື່ອທຽບໃສ່ບັນດາປະເທດທຽບເທົ່າກັນ ແລະ ເອກະສານໜີ້ພາຍນອກແມ່ນດີ. Fitch Ratings ຄາດຄະເນວ່າ ຫວຽດນາມ ຈະບັນລຸລະດັບການເຕີບໂຕເຖິງ 7,4% ໃນປີ 2022 ແລະ 6,2% ໃນປີ 2023 ຍ້ອນການພັດທະນາໃນບັນດາຂົງເຂດອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການ. Fitch Ratings ເນັ້ນໜັກວ່າເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈະສືບຕໍ່ເປັນປັດໄຈຊຸກຍູ້ລະດັບການເຕີບໂຕໄລຍະກາງ ແລະ ເຂັ້ມແຂງໃນໄລຍະຍາວຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ