FPT ເຂົ້າຮ່ວມສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ

(VOVWORLD) -FPT ແມ່ນບໍລິສັດເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງທຳອິດຂອງຫວຽດນາມ ທີ່ເຂົ້າເປັນສະມາຊິກຂອງສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ (Keidanren).

Keidanren ແມ່ນໜຶ່ງໃນບັນດາອົງການຈັດຕັ້ງທີ່ມີຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດກ່ຽວກັບເສດຖະກິດຕ່າງປະເທດ ແລະ ນະໂຍບາຍພັດທະນາເສດຖະກິດຍີ່ປຸ່ນ. ທ່ານ Kiyoaki Fujiwara, ຜູ້ອຳນວຍການ Keidanren, ຕີລາຄາວ່າ ການເຂົ້າຮ່ວມຂອງ FPT ໄດ້ຊ່ວຍເພີ່ມທະວີການພົວພັນທາງດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ, ກໍ່ຄືເປັນການປະກອບສ່ວນຫັນໂຄງການສັງຄົມ 5.0 ໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຫັນປ່ຽນດີຈີຕອນ. FPT ມຸ່ງໄປເຖິງເປົ້າໝາຍນອນໃນ Top 50 ນັກສະໜອງ ການບໍລິການຫັນເປັນດີຈີຕອນທົ່ວໂລກ ແລະ Top 20 ບໍລິສັດທີ່ຂັ້ມແຂງຢູ່ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ