(VOVWORLD) - ຂໍ້ຕົກລົງດັ່ງກ່າວໄດ້ນຳ ຫວຽດນາມ ເຂົ້າຮ່ວມພ້ອມກັບບັນດາກຸ່ມພື້ນຖານເສດຖະກິດໃຫຍ່ໃນບັນຊີລາຍຊື່ຈັດອັນດັບຂອງ FTSE Russell, ຄື: ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ.
(ພາບປະກອບ: VGP) |
ອົງການຈັດອັນດັບ FTSE Russell ຫາກໍ່ອອກແຈ້ງການເປັນທາງການຍົກລະດັບ ຫວຽດນາມ ຂຶ້ນເປັນການຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນ, ຄາດວ່າມີຜົນສັກສິດແຕ່ວັນທີ 21 ກັນຍາ 2026. ຕາມ Bloomberg, ຂໍ້ຕົກລົງດັ່ງກ່າວໄດ້ນຳ ຫວຽດນາມ ເຂົ້າຮ່ວມພ້ອມກັບບັນດາກຸ່ມພື້ນຖານເສດຖະກິດໃຫຍ່ໃນບັນຊີລາຍຊື່ຈັດອັນດັບຂອງ FTSE Russell, ຄື: ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ.
ຕາມທ່ານ David Sol, ຫົວໜ້າທົ່ວໂລກກ່ຽວກັບນະໂຍບາຍ FTSE Russell ແລ້ວ, ເລື່ອງຍົກຂັ້ນເປັນການສ່ອງແສງບັນດາການປັບປຸງສຳຄັນໃນພື້ນຖານໂຄງການຕະຫຼາດຂອງ ຫວຽດນາມ. FTSE Russell ຄາດຄະເນວ່າ ເລື່ອງຍົກລະດັບສາມາດດຶງດູດທຶນຕ່າງປະເທດເຂົ້າ ຫວຽດນາມ ຕື່ມອີກ 6 ຕື້ USD. ທ່ານນາງ Wanming Du, ຫົວໜ້າພະແນກນະໂຍບາຍດັດຊະນີຂອງ FTSE Russell, ໃຫ້ຂໍ້ສັງເກດວ່າ:
“ໃນດັດຊະນີຕົວເລກຕະຫຼາດຫາກໍພົ້ນເດັ່ນຂອງ FTSE Russell (FTSE Emerging All Cap Index), ພວກຂ້າພະເຈົ້າຄາດຄະເນວ່າ ຫວຽດນາມ ຈະກວມເອົາປະມານ 0,3% ດັດຊະນີດັ່ງກ່າວ. ນີ້ບໍ່ແມ່ນຕົວເລກນ້ອຍຖ້າຫາກຄິດໄລເຖິງບັນດາສ່ວນປະກອບຂອງດັດຊະນີດັ່ງກ່າວ. ຢູ່ ອາຊີ, ອັດຕາດັ່ງກ່າວຂອງ ຫວຽດນາມ ພຽງແຕ່ຕຳກວ່າ ຟີລິບປິນ, ສ່ວນໃນໂລກແມ່ນຈັດສູງກວ່າບັນດາຕະຫຼາດຄື ໂກໂລມເບຍ ຫຼື ສ.ເຊັກໂກ”.
ໃນຂະນະນັ້ນ, ທະນາຄານ HSBC ຄາດຄະເນວ່າ ຈະມີ 3,4 ຕື້ USD ຈະລົງທຶນເຂົ້າຕະຫຼາດ ຫວຽດນາມ ຕື່ມອີກ.