ອິດສະຣາແອັນ ບໍ່ຕັ້ງໃຈບຸກໂຈມຕີ ອີຣານ
(VOVWORLD) - ຄະນະຜູ້ແທນຂອງປະເທດນີ້ ໂດຍທ່ານ Asaad Al-Shaibani ລັດຖະມົນຕີການຕ່າງປະເທດນຳໜ້າ ໄດ້ເຂົ້າຮ່ວມການເຈລະຈາຮອບໃໝ່ກັບ ອິດສະຣາແອັນ ຢູ່ ຝະລັ່ງ ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ...
(ພາບ: REUTERS/Ronen Zvulun)
|
ວັນທີ 5 ມັງກອນ, ສື່ມວນຊົນ ອິດສະຣາແອັນ ໃຫ້ຂ່າວວ່າ: ໂດຍຜ່ານປະທານາທິບໍດີ ລັດເຊຍ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນໄດ້, ສົ່ງສານສຳຄັນມາຍັງວົງການເຈົ້າໜ້າທີ່ ອີຣານ ວ່າ ປະເທດນີ້ບໍ່ຢາກບຸກໂຈມຕີ ແລະ ເພີ່ມຄວາມເຄັ່ງຕຶງກັບ ອີຣານ. ຕາມວິທະຍຸ Kan ແລ້ວ, ອິດສະຣາແອັນ ວິຕົກວັງວົນວ່າ ເລື່ອງ ອີຣານ ເຊື່ອວ່າຈະຖືກອິດສະຣາແອັນ ບຸກໂຈມຕີ ສະນັ້ນຈຶ່ງມີການຄິດໄລ່ທີ່ພິດພາດ ແລະ ປຸກລະດົມການບຸກໂຈມຕີ ອິດສະຣາແອັນ ກ່ອນ. ວົງການເຈົ້າໜ້າທີ່ ອິດສະຣາແອັນ ຍັງບໍ່ທັນຢັ້ງຢືນຂໍ້ມູນດັ່ງກ່າວເທື່ອ. ແຕ່ເຖິງແນວນັ້ນກໍ່ຕາມ, ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ອິດສະຣາແອັນ ເມື່ອວັນທີ 5 ມັງກອນ, ທ່ານນາຍົກລັດຖະມົນຕີ Netanyahu ກ່າວເຕືອນວ່າ ບໍ່ວ່າການບຸກໂຈມຕີໃດຂອງ ອີຣານທີ່ ເລັ່ງໃສ່ ອິດສະຣາແອັນ ກໍ່ຈະຖືກຮັບຜົນຕາມມາຢ່າງຮ້າຍແຮງ.
ໃນວັນດຽວກັນ, ສຳນັກຂ່າວສານ SANA ຂອງ ຊີຣີ ໃຫ້ຂ່າວວ່າ: ຄະນະຜູ້ແທນຂອງປະເທດນີ້ ໂດຍທ່ານ Asaad Al-Shaibani ລັດຖະມົນຕີການຕ່າງປະເທດນຳໜ້າ ໄດ້ເຂົ້າຮ່ວມການເຈລະຈາຮອບໃໝ່ກັບ ອິດສະຣາແອັນ ຢູ່ ຝະລັ່ງ ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ, ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງວ່າດ້ວຍຄວາມໝັ້ນຄົງລະຫວ່າງສອງປະເທດ.