ລັດ​ເຊຍ ຈັດ​ວາງ​ຄຳ​ສັ່ງ​ຫ້າມ ​ພົນ​ລະ​ເມືອງ ກາ​ນາ​ດາ 28 ຄົນເຂົ້າ​ເມືອງ

(VOVWORLD) - ວົງການນັກການເມືອງ ລັດເຊຍ ໄດ້ຢັງຢືນຫຼາຍເທື່ອວ່າຈະສືບຕໍ່ຈັດວາງບັນດາມາດຕະການໂຕ້ຕອບທີ່ສົມກັບບັນດາການກະທຳເຊິ່ງປະເທດນີ້ຖືວ່າບໍ່ເປັນມິດຈາກບັນດາປະເທດຝ່າຍຕາເວັນຕົກ.

   ວັນທີ 5 ມັງກອນ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດບັນຊີລາຍຊື່ຜູ້ບໍໄດ້ເຂົ້າເມືອງ, ລວມມີພົນລະເມືອງ ການາດາ 28 ຄົນ ເພື່ອແນໃສ່ໂຕ້ຕອບບັນດາຄຳສັ່ງລົງໂທດເມື່ອເດືອນພະຈິກປີ 2025. ບັນຊີລາຍຊື່ດັ່ງກ່າວລວມບັນດາບຸກຄົນຂຶ້ນກັບວົງການນັກຄົ້ນຄ້ວາ, ບັນດາອົງການຈັດຕັ້ງສັງຄົມ, ສ່ວນບຸກຄົນທີ່ໄດ້ເຂົ້າຮ່ວມການສ້າງກອງທຶນ ແລະ ໜູນຊ່ວຍໃຫ້ແກ່ ຢູແກຼນ, ພ້ອມດ້ວຍຜູ້ຕາງໜ້າຈຳນວນໜຶ່ງຂອງວົງການສື່ມວນຊົນ, ວັດທະນະທຳ ແລະ ຄວາມໝັ້ນຄົງ-ການເມືອງ. ຝ່າຍ ລັດເຊຍ ຖືວ່າ, ບັນດາສ່ວນບຸກຄົນດັ່ງກ່າວກ່ຽວຂ້ອງເຖິງການເຄື່ອນໄຫວຊຸກຍູ້ການພົວພັນລະຫວ່າງ ການາດາ ແລະ ບັນດາກຳລັງລັດທິດຊົນຊາດເຊິ່ງ ລັດເຊຍ ຖືວ່າແມ່ນຫົວຮຸນແຮງຢູ່ ຢູແກຼນ. ວົງການນັກການເມືອງ ລັດເຊຍ ໄດ້ຢັງຢືນຫຼາຍເທື່ອວ່າຈະສືບຕໍ່ຈັດວາງບັນດາມາດຕະການໂຕ້ຕອບທີ່ສົມກັບບັນດາການກະທຳເຊິ່ງປະເທດນີ້ຖືວ່າບໍ່ເປັນມິດຈາກບັນດາປະເທດຝ່າຍຕາເວັນຕົກ.

 

ຕອບກັບ

ຂ່າວ/ບົດ​ອື່ນ