G7 ດຳເນີນກອງປະຊຸມລັບກ່ຽວກັບ ຢູແກຼນ, ລັດຖະມົນຕີການຕ່າງປະເທດລັດເຊຍ ຢືນຢັນຍາມໃດກໍ່ກຽມພ້ອມ ດຳເນີນການເຈລະຈາ

(VOVWORLD) -ຄາດວ່າ, ທີ່ກອງປະຊຸມ, ບັນດາການນຳ G7 ຈະເປັນເອກະພາບປະຕິກິລິຍາລວມຕໍ່ໜ້າການຜັນແປເຄັ່ງຕຶງໃນປະຈຸບັນຢູ່ທິດຕາເວັນອອກ ຢູແກຼນ, ພ້ອມທັງຮຽກຮ້ອງໃຫ້ ລັດເຊຍ ຈົ່ງຢຸດຕິບັ້ນຮົບການທະຫານຢູ່ທີ່ນີ້.
G7 ດຳເນີນກອງປະຊຸມລັບກ່ຽວກັບ ຢູແກຼນ, ລັດຖະມົນຕີການຕ່າງປະເທດລັດເຊຍ ຢືນຢັນຍາມໃດກໍ່ກຽມພ້ອມ ດຳເນີນການເຈລະຈາ - ảnh 1G7 ໄດ້ຊອກຫາວິທີເພື່ອເກ້ຍກ່ອມ ລັດເຊຍ ຊອກຫາມາດຕະການທາງການທູດໃຫ້ແກ່ວິກິດການ
(ພາບປະກອບ: AFP/TTXVN)

ວັນທີ 24 ກຸມພາ, ການນຳຫຼາຍປະເທດຂຶ້ນກັບກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ດຳເນີນກອງປະຊຸມລັບທາງໄກ ເພື່ອປຶກສາຫາລືກ່ຽວກັບສະພາບຄວາມເຄັ່ງຕຶງລະຫວ່າງ ລັດເຊຍ ແລະ ຢູແກຼນ ພາຍຫຼັງກອງທັບ ລັດເຊຍ ຜັນຂະຫຍາຍບັ້ນຮົບດ້ານການທະຫານພິເສດຢູ່ທາງທິດຕາເວັນອອກ ຢູແກຼນ.

ຄາດວ່າ, ທີ່ກອງປະຊຸມ, ບັນດາການນຳ G7 ຈະເປັນເອກະພາບປະຕິກິລິຍາລວມຕໍ່ໜ້າການຜັນແປເຄັ່ງຕຶງໃນປະຈຸບັນຢູ່ທິດຕາເວັນອອກ ຢູແກຼນ, ພ້ອມທັງຮຽກຮ້ອງໃຫ້ ລັດເຊຍ ຈົ່ງຢຸດຕິບັ້ນຮົບການທະຫານຢູ່ທີ່ນີ້. ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກ G7 ໄດ້ຊອກຫາວິທີເພື່ອເກ້ຍກ່ອມທ່ານປະທານາທິບໍດີ ລັດເຊຍ Vladimir Putin ຊອກຫາມາດຕະການທາງການທູດໃຫ້ແກ່ວິກິດການ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 24 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ຢືນຢັນວ່າ, ມົດສະກູ ຍາມໃດກໍ່ພ້ອມແລ້ວທີ່ຈະດຳເນີນການເຈລະຈາ, ພ້ອມທັງສະແດງຄວາມຫວັງວ່າ ຍັງມີໂອກາດເພື່ອກັບຄືນສູ່ພັນທະສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ