G7 ເຫັນດີຍູ້ແຮງການຕໍ່ສູ້ຕ້ານການກໍ່ການຮ້າຍ

(VOVWORLD) -ສິ້ນສຸດມືເຮັດວຽກທຳອິດໃນຂອບເຂດກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຢູ່ນະຄອນ Taormina, ປະເທດອີຕາລີ, ຜູ້ນຳໜ້າບັນດາປະເທດ ແລະ ລັດຖະບານກຸ່ມ G7 ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ ແລະ ຫົວຮຸນແຮງໃນທົ່ວໂລກ. 

G7 ເຫັນດີຍູ້ແຮງການຕໍ່ສູ້ຕ້ານການກໍ່ການຮ້າຍ - ảnh 1

ຜູ້ນຳໜ້າບັນດາປະເທດ 

(ພາບ: EPA/TTXVN) 

ຖະແຫຼງການລວມມີ 15 ມາດຕາ, ເຊິ່ງຕາມນັ້ນແລ້ວ, ໄດ້ເນັ້ນໜັກວ່າ ບັນດາປະເທດສັງກັບກຸ່ມ G7 ໄດ້ຖືກວ່າ ການຕ້ານການກໍ່ການຮ້າຍແມ່ນບຸລິມະສິດຫຼັກແຫຼ່ງອັນດັບໜຶ່ງ ແລະ ຈະພ້ອມກັນມີການກະທຳແຂງກະດ້າງທີ່ຊຸດເພື່ອ “ຊອກຫາ, ລົບລ້າງ ແລະ ລົງໂທດທຸກພາກສ່ວນກໍ່ການຮ້າຍ ກໍ່ຄືບັນດາອິດທິກຳລັງສະໜັບສະໜູນ”, ບໍ່ຈຳແນກນັ້ນແມ່ນການກະທຳກໍ່ການຮ້າຍຕ້ານຄືນບັນດາສະມາຊິກຂອງ G7 ຫຼື ບັນດາປະເທດ, ພາກພື້ນອື່ນໆ. ຖະແຫຼງການກໍ່ຮຽກຮ້ອງໃຫ້ບັນດາຜູ້ສະໜອງການບໍລິການອິນເຕີແນັດ ພ້ອມກັບເຄືອຂ່າຍສັງຄົມອື່ນໆ ມານະພະຍາຍາມກວ່າອີກ ເພື່ອສະກັດກັ້ນບັນດາເນື້ອໃນປຸກປັ່ນ ແລະ ເຜີຍແຜ່ແນວຄວາມຄິດຫົວຮຸນແຮງຂອງບັນດາເປົ້າໝາຍກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ