Gabon: ຜູ້ນໍາການກໍ່ລັດຖະປະຫານເຂົ້າພິທີສາບານຕົວຮັບດຳລົງຕໍາແໜ່ງເປັນປະທານາທິບໍດີຊົ່ວຄາວ

(VOVWORLD) - ນາຍພົນ Nguema ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການມອບໂອນສິດອຳນາດ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຄວາມເປັນເອກະພາບຂອງປະເທດຊາດ.
Gabon: ຜູ້ນໍາການກໍ່ລັດຖະປະຫານເຂົ້າພິທີສາບານຕົວຮັບດຳລົງຕໍາແໜ່ງເປັນປະທານາທິບໍດີຊົ່ວຄາວ - ảnh 1ນາຍພົນ Brice Oligui Nguema ທີ່ພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງເປັນປະທານາທິບໍດີຊົ່ວຄາວ
(ພາບ: AFP/TTXVN)

            ຕອນບ່າຍວັນທີ 04 ກັນຍາ, ຢູ່ສານລັດຖະທຳມະນູນ Gabon ທີ່ນະຄອນຫຼວງ Libreville, ຫົວໜ້າກຳລັງກໍ່ລັດຖະປະຫານຢູ່ Gabon, ນາຍພົນ Brice Oligui Nguema, ຜູ້ບັນຊາການກຳລັງພິທັກຮັກສາສາທາລະນະລັດ, ໄດ້ດຳເນີນພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງເປັນປະທານາທິບໍດີຊົ່ວຄາວແຫ່ງປະເທດອາຟະລິກາກາງ. ທີ່ພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ນາຍພົນ Nguema ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການມອບໂອນສິດອຳນາດ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຄວາມເປັນເອກະພາບຂອງປະເທດຊາດ. ຕໍ່ຈາກນັ້ນ, ໃນບົດກ່າວປາໄສຄັ້ງທຳອິດ ໃນຖານະຕຳແໜ່ງເປັນປະທານາທິບໍດີຊົ່ວຄາວຂອງ Gabon, ອີກເທື່ອໜຶ່ງນາຍພົນ Nguema ໄດ້ໃຫ້ຄຳໝັ້ນສັນຍາຈະສ້າງຕັ້ງ ແລະ ດຳເນີນການລົງປະຊາມະຕິກ່ຽວກັບລັດຖະທຳມະນູນສະບັບໃໝ່ຂອງປະເທດນີ້ໂດຍໄວ. ທ່ານ Nguema ກໍ່ປະກາດການອະໄພຍະໂທດ, ປ່ອຍຕົວນັກໂທດການເມືອງທັງໝົດຢູ່ພາຍໃນປະເທດ, ໃຫ້ຄຳໝັ້ນສັນຍາຈະສ້າງ ແລະ ປັບປຸງການພົວພັນກັບບັນດາປະເທດ ແລະ ປະຊາຄົມສາກົນ.

          ແລະກໍ່ໃນວັນດຽວກັນ, ປະຊາຄົມເສດຖະກິດອາຟະລິກາກາງ (ECAS) ໄດ້ຕັດສິນໃຈໂຈະຖານະເປັນສະມາຊິກຂອງ Gabon ໃນກຸ່ມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ