Gabon ເປີດປະຕູຊາຍແດນຄືນໃໝ່

(VOVWORLD) - ນາຍພົນ Brice Oligui Nguema, ປະທານຄະນະກຳມະການໄລຍະຫັນປ່ຽນ ແລະ ຟື້ນຟູລະບອບລະບຽບການ, ຢັ້ງຢືນວ່າ: ການຍົກເລີກບັນດາລະບອບລະບຽບການຂອງລັດໃນການກໍ່ລັດຖະປະຫານຜ່ານມາ ແມ່ນມາດຕະການຈຳເປັນ.
Gabon ເປີດປະຕູຊາຍແດນຄືນໃໝ່ - ảnh 1ພັນເອກ Ulrich Manfoumbi Manfoumbi, ໂຄສົກຂອງກຳລັງທະຫານ ກ່າວຄຳເຫັນໃນວັນທີ 2 ກັນຍາ ຜ່ານມາ (ພາບ:AFP/TTXVN)

ວັນທີ 2 ກັນຍາ, ກອງທັບ Gabon ໄດ້ປະກາດເປີດບັນດາດ່ານຊາຍແດນທີ່ຖືກປິດໃນການກໍ່ລັດຖະປະຫານຂອງກອງທັບ ໂຄ່ນລົ້ມທ່ານປະທານາທິບໍດີ Ali Bongo ຄືນໃໝ່. ຄຳຕັດສິນດັ່ງກ່າວມີຜົນສັກສິດໃນທັນທີ.

          ກ່ອນໜ້ານັ້ນ, ວັນທີ 30 ສິງຫາ, ກຸ່ມນາຍທະຫານກຸ່ມໜຶ່ງທີ່ນຳໜ້າກຳລັງດຳເນີນການກໍ່ລັດຖະປະຫານຢູ່ Gabon ໄດ້ປະກາດຂຶ້ນກຳອຳນາດ, ນຳພາປະເທດຊາດ, ພ້ອມທັງໄດ້ກັກບໍລິເວນທ່ານປະທານາທິບໍດີ Ali Bongo Ondimba  ແລະ ໄດ້ບົ່ງຕົວການນຳໃໝ່ຄົນໜຶ່ງ ພາຍຫຼັງອົງການເລືອກຕັ້ງແຫ່ງຊາດໄດ້ປະກາດທ່ານ Bongo ໄດ້ຮັບການເລືອກຕັ້ງອາຍຸການທີ 3 ຄືນໃໝ່. ໃນຂະນະນັ້ນ, ກຳລັງກອງທັບກໍ່ປະກາດປິດປະຕູຊາຍແດນ.

          ວັນທີ 1 ກັນຍາ, ຫົວໜ້າຂອງກຸ່ມກໍ່ລັດຖະປະຫານໄດ້ໃຫ້ຄຳໝັ້ນສັນຍາຈະຟື້ນຟູພື້ນຖານປະຊາທິປະໄຕຢູ່ປະເທດນີ້ໂດຍໄວ. ນາຍພົນ Brice Oligui Nguema, ປະທານຄະນະກຳມະການໄລຍະຫັນປ່ຽນ ແລະ ຟື້ນຟູລະບອບລະບຽບການ, ຢັ້ງຢືນວ່າ: ການຍົກເລີກບັນດາລະບອບລະບຽບການຂອງລັດໃນການກໍ່ລັດຖະປະຫານຜ່ານມາ ແມ່ນມາດຕະການຈຳເປັນ. ຈຸດປະສົງແມ່ນມຸ່ງໄປເຖິງການສ້າງໂຄງປະກອບບັນດາລະບອບການ ເປັນເຄື່ອງມືປະຊາທິປະໄຕ ແລະ ກົມກ່ຽວກ່ວາ, ເໝາະສົມກັບບັນດາມາດຖານຂອງສາກົນ ແລະ ຂອງປະເທດອຳນາດນິຕິບັນຍັດ, ພ້ອມທັງຮັບມືຢ່າງມີປະສິດທິຜົນ ກັບໄພສໍ້ລາດບັງຫຼວງຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ