Gazprom ສະໜອງອາຍແກັດໃຫ້ແກ່ຫວຽດນາມ

Gazprom ສະໜອງອາຍແກັດໃຫ້ແກ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ຕາມແຈ້ງ​ຂ່າວ​ຂອງ​ກຸ່ມ​ບໍລິສັ​ດອຸດສາຫະກຳ​ອາຍ​ແກັດ​ລັດ​ເຊຍ Gazprom ​ໃນ​ວັນ​ທີ 04 ພະຈິກ​ແລ້ວ, ທີ່ການ​ພົບ​ປະລະ​ຫວ່າງ​ປະທານ​ສະພາ​ຄຸ້ມ​ຄອງ​ຂອງ​ກຸ່ມ​ບໍລິສັດ​ນີ້, ທ່ານ Alexey Mille ກັບ ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຟ້າ​ມຊວນ​ເຊີນ ​ໃນ​ມໍ່ໆ​ມາ​ນີ້, 2 ຝ່າຍ​ໄດ້​ປຶກສາ​ຫາລື​ຄວາມ​ສາມາດ​ເປັນ​ໄປ​ທີ່​ວ່າ Gazprom ດຳ​ເນີນການ​ສະໜອງ​ອາຍ​ແກັດ (LNG) ​ໃຫ້​ຫວຽດນາມ ຜ່ານ​ໂຄງການ Vladivostol – LNG. ຕາມ​ແຈ້ງ​ຂ່າວ​ດັ່ງກ່າວ, ບັນດາ​ຝ່າຍ​ໄດ້​ປຶກສາ​ຫາລື​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ ​ແລະ ຫວຽດນາມ ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັດ, ລະອຽດ​ແມ່ນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂຸດ​ຄົ້ນ Hydrocarbon ​ແລະ ພັດທະນາ​ຕະຫຼາດ​​​ເຊື້ອ​ໄຟ​ອາຍ​ແກັດ​ທີ່​ນຳ​ໃຊ້​ໃຫ້​ລົດ​ໂອ​ໂຕ​ຢູ່​ຫວຽດນາມ. ບັນດາ​​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສະໜອງ LNFG ​ແລະ ພັດທະນາ​ຕະຫຼາດ​​ເຊື້​ອ​ໄຟ​ອາຍ​ແກັດ​ທີ່​ນຳ​ໃຊ້​ໃຫ້​ລົດ​ໂອ​ໂຕ​ຢູ່​ຫວຽດນາມ ອາດ​ຈະ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ