GCC ສາມັກຄີ ແລະ ເຊື່ອມໂຍງຢູ່ພາກພື້ນ

(VOVWORLD) -ບັນດາການນຳ GCC ຍັງໄດ້ແລກປ່ຽນກ່ຽວກັບແຜນການກະທຳ ເພື່ອແນໃສ່ບັນລຸສະຖຽນລະພາບ ແລະ ຄວາມໝັ້ນຄົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
GCC ສາມັກຄີ ແລະ ເຊື່ອມໂຍງຢູ່ພາກພື້ນ - ảnh 1ບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 42 ສະພາການຮ່ວມມືເຂດອ່າວເປີເຊັຍ
(ພາບ: Worldakam)

ທີ່ກອງປະຊຸມສຸດຍອດຄັ້ງທີ 42 ສະພາການຮ່ວມມືເຂດອ່າວເປີເຊັຍ (GCC) ດຳເນີນໃນວັນທີ 14 ທັນວາ ຢູ່ນະຄອນຫຼວງ Riyadh ຂອງ ຊະອຸດີອາຣັບບີ, ບັນດາການນຳ GCC ຢືນຢັນຄວາມສາມັກຄີ, ຮຽກຮ້ອງໃຫ້ມີການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການປ້ອງກັນຊາດຂະໜາດໃຫຍ່ກວ່າຢູ່ພາກພື້ນ. ບັນດາການນຳ GCC ຍັງໄດ້ແລກປ່ຽນກ່ຽວກັບແຜນການກະທຳ ເພື່ອແນໃສ່ບັນລຸສະຖຽນລະພາບ ແລະ ຄວາມໝັ້ນຄົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ໃນຄຳຖະແຫຼງສຸດທ້າຍ, ທ່ານ Nayef Al Hajraf, ເລຂາທິການໃຫຍ່ GCC ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຈົ່ງສົມທົບກັນເພື່ອຮັບມືກັບສິ່ງທ້າທາຍຢູ່ພາກພື້ນ, ຊຸກຍູ້ນະໂຍບາຍຮ່ວມມືຍຸດທະສາດ, ພ້ອມກັບການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການພັດທະນາຢູ່ພາຍໃນກຸ່ມ. ຖະແຫຼງການກໍ່ເນັ້ນໜັກເຖິງບົດບາດຮ່ວມມືດ້ານປ້ອງກັນຊາດລວມ, ຢືນຢັນວ່າ ບໍ່ວ່າໄພນາບຂູ່ໃດທີ່ມີຕໍ່ສະມາຊິກໜຶ່ງ ກໍ່ຈະແມ່ນໄພນາບຂູ່ລວມຂອງ GCC.

ຕອບກັບ

ຂ່າວ/ບົດ​ອື່ນ