Hamas ຍິງລູກຈະຫຼວດ ໃສ່ ອິດສະຣາແອນ

Hamas ຍິງລູກຈະຫຼວດ ໃສ່ ອິດສະຣາແອນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 19/6, ກອງ​ພົນ​ນ້ອຍ Ezzedine al – Qassam Brigades, ສາຂາກຸ່ມ​ປະກອບ​ອາວຸດ​ຂອງ​ຂະ​ບວນການ​ອິດສະ​ລາມ Hamas, ປະຈຸ​ບັນ​ພວມຄອບ​ຄອງ​ເຂດ Gaza ຂອງ ປາ​ແລດ​ສະຕີ​ນ ​ໃຫ້​ຮູ້​ວ່າ: ​ໄດ້​ຍິງ​ລູກ​ຈະ​ຫຼວດ Grad 10 ລູກ ​​ເຂົ້າ ອິດສະຣາ​ແອນ ​ເພື່ອ​ໂຕ້​ຕອບ​ເຫດການ ອິດສະຣາ​ແອນ ທຳ​ການ​ບຸກ​ໂຈ​ມຕີ​ທາງ​ອາກາດ ​ເຮັດ​ໃຫ້​ປະຊາຊົນ ປາ​ແລດ​ສະຕີ​ນ 6 ຄົນ​ຖືກ​ເສ​ຍຊີວິດ. ​ໃນ​​ແຈ້ງ​ການ, ​ໂຄ​ສົກ​ຂອງ Hamas ຢັ້ງຢືນວ່າ ນີ້​ແມ່ນ​ຄັ້ງ​ທຳ​ອິ​ດ ​ເຂົາ​ເຈົ້າ​ໄດ້​ຍິງ​ລູ​ກຈະ​ຫຼວ​ດ​ໄລຍະ​ໄກ​​ໃສ່ ອິດສະຣາ​ແອນ​ ນັບ​ແຕ່​​ເດືອ​ນ 4/2011. ​ແຈ້ງ​ການ​ຢືນຢັນ​ວ່າ “​ເລື່ອງ​ດັ່ງກ່າວ​ຈະ​ສືບ​ຕໍ່​​ເກີດ​ຂຶ້ນ ຖ້າ​ຫາກ ອິດສະຣາ​ແອນ ບຸກ​ໂຈມ​ຕີ​ທາງ​ອາກາດ​​ເຂົ້າເຂດ Gaza”.

ສ່ວນ​ກອງທັບ ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ: ມີ​ລູກ​ຈະ​ຫຼວດ 11 ລູກ​ຖືກ​ຍິງ​​ເຂົ້າ ອິດສະຣາ​ແອນ ​ເມື​່ອຕອນ​ຄຳ່​ວັນ​ທີ 18/6. ກ່ອນ​ໜ້າ​ນັ້ນ, ວັນ​ທີ 18/6, ມີ​ລູກ​ຈະ​ຫຼວດ 3 ລູກ​ຖືກຍິງ​ເຂົ້າ ອິດສະຣາ​ແອນ. ​ໃນ​ຂະ​ນະ​ນັ້ນ​ໂຄສົກ​ຂອງ​ກຳລັງ​ທະຫານຢືນຢັນ​ວ່າ: ອິດສະຣາ​ແອນ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໂດຍ​ເຈດ​ຕະນາ​ແນ່​ໃສ່ Deir al Balah, ​ແຕ່​ການ​ບຸກ​ໂຈມ​ຕີ​ນີ້ບໍ່​ມີ​ຈຸດໝາຍ​ລະອຽດ.

ຂ່າວ/ບົດ​ອື່ນ